ສະພາແຫ່ງຊາດລັດເຊຍ-ຫວຽດນາມຮ່ວມມືສືບຕໍ່ພັດທະນາ
ຮອງປະທານສະພາສູງລັດເຊຍUmakhalov ຕ້ອນຮັບທ່ານ ຫງວຽນແທງເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ
ພາບ:vov
|
(vovworld)-ວັນທີ 10/3, ຢູ່ ນຳນັກງານສະພາສູງລັດເຊຍ ໄດ້ດຳເນີນການພົບປະລະຫວ່າງທ່ານ Umakhalov, ຮອງປະທານສະພາສູງ ລັດເຊຍ ແລະ ທ່ານ ຫງວຽນແທງເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ເພື່ອແລກ່ປຽນຂໍ້ມູນຂ່າວສານກ່ຽວກັບການຮ່ວມມືລະຫວ່າງສອງປະເທດ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງປະທານສະພາສູງລັດເຊຍ Umakhalov ຖືວ່າ ການພົວພັນລະຫວ່າງສອງປະເທດພວມພັດທະນາຢ່າງດີງາມບົນຈິດໃຈຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນນັ້ນ ມີການຮ່ວມມືຢ່າງແຫນ້ນແຟ້ນລະຫວ່າງສະພາແຫ່ງຊາດສອງປະເທດ. ລັດເຊຍ ຊົມເຊີຍ ແລະ ສະຫນັບສະຫນູນເລື່ອງຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 (IPU132) ແລະ ຈະສົ່ງຄະນະຜູ້ແທນຂັ້ນສູງມາເຂົ້າຮ່ວມ. ທ່ານຮອງປະທານສະພາສູງລັດເຊຍ Umakhalov ແບ່ງປັນວ່າ:
“ຂ້າພະເຈົ້າຮູ້ຈັກວ່າ ໄລຍະຈະມາເຖິງ ຫວຽດນາມ ຈະຈັດຕັ້ງເຫດການສຳຄັນຍິ່ງ ນັ້ນແມ່ນ IPU 132. ຄະນະຜູ້ແທນສະພາສູງ ລັດເຊຍ ພວມຕັ້ງຫນ້າກະກຽມເຂົ້າຮ່ວມກອງປະຊຸມດັ່ງກ່າວ. ເລື່ອງປະທານກຳມາທິການການຕ່າງປະເທດຂອງສະພາສູງລັດເຊຍຈະ ນຳຫນ້າຄະນະຜູ້ແທນສະພາສູງລັດເຊຍເຂົ້າຮ່ວມເຫດການນີ້ ສະແດງໃຫ້ເຫັນວ່າ ພວກຂ້າພະເຈົ້າຕີລາຄາສູງກອງປະຊຸມຄັ້ງນີ້ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ.”