ສະພາແຫ່ງຊາດລາວ - ກຳປູເຈຍເພີ່ມທະວີການຮ່ວມມື
(ພາບປະກອບ)
(vovworld) - ຄະນະຜູ້ແທນສະພາແຫ່ງຊາດລາວ ໂດຍທ່ານຄຳຜູຍ ປານີມາໄລທອງ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ທີ່ປຶກສາຂອງປະທານສະພາແຫ່ງຊາດ, ໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດລາວໄປຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍໃນລະຫວ່າງວັນທີ 11-15/1. ການຢ້ຽມຢາມເພື່ອແນໃສ່ປັບປຸງການພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ກໍ່ຄືພ້ອມກັນແລກປ່ຽນບົດຮຽນໃນວຽກງານທຸກດ້ານຂອງສະພາແຫ່ງຊາດ. ໃນການພົບປະ ແລະ ເຮັດວຽກກັບຄະນະ, ເມື່ອວັນທີ 12/1, ທ່ານຮອງປະທານຜູ້ທີ 2 ສະພາແຫ່ງຊາດກຳປູເຈຍ ງວນແຍນ ໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ, ຍົກສູງຊີວິດຂອງປະຊາຊົນ, ເຊິ່ງພັກ, ລັດຖະບານ ແລະ ປະຊົນລາວຍາດມາໄດ້, ພ້ອມທັງສະແດງຄວາມພາກພູມໃຈຕໍ່ບາດກ້າວພັດທະນາອັນດີງາມໃນການພົວພັນຮ່ວມມືກຳປູເຈຍ - ລາວ ໃນຂົງເຂດທ່ອງທ່ຽວ, ການຄ້າ ແລະ ວັດທະນະທຳໄລຍະຜ່ານມາ. ທ່ານສະເໜີໃຫ້ລາວ ເພີ່ມທະວີການຮ່ວມມືລົງທຶນເຂົ້າກຳປູເຈຍໃນໄລຍະຈະມາເຖິງ.