ສະພາແຫ່ງຊາດສືບຕໍ່ປຶກສາຫາລືກົດໝາຍວ່າດ້ວຍດຳເນີນທຸລະກິດ ອະສັງຫະລິມະຊັບ

ສະພາແຫ່ງຊາດສືບຕໍ່ປຶກສາຫາລືກົດໝາຍວ່າດ້ວຍດຳເນີນທຸລະກິດ ອະສັງຫະລິມະຊັບ - ảnh 1
(ພາບປະກອບ)

(vovworld) –   ​ໃນ​ວາລະ​ປຶກສາ​ຫາລື​ຢູ່​ໜ່ວຍ​ຕອນ​ເຊົ້າ​ວັນ​ທີ 27/05, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ຕີ​ລາຄາ​ວ່າ​ເລື່ອງຮ່າງ​ກົດໝາຍວ່າ​ດ້ວຍ​ການດຳ​ເນີນ​ທຸລະ​ກິດ​ອະ​ສັງຫະລິມະ​ຊັບ (ສະບັບ​ປັບ​ປຸງ) ​ໄດ້​ເປີກ​ວ້າງຂອບ​ເຂດ​​ເຄື່ອນ​ໄຫວດຳ​ເນີນ​ທຸລະ​ກິດ​ອະສັງຫະລິມະ​ຊັບ​ໃຫ້​ແກ່​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນບຸກຄົນ​ຊາວ​ຕ່າງປະ​ເທດ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ເໝາະ​ສົມ​ກັບ​ແຜນ​ນະ​ໂຍບາຍ ​ແລະ ນະ​ໂຍບາຍ​ຂອງ​ລັດ​ໃນ​ໄລຍະ​ປະຈຸ​ບັນ.

        ​ແຕ່​ວ່າ, ການ​ກຳນົດ​ກ່ຽວ​ກັບ​​ເລື່ອງອົງການຈັດ​ຕັ້ງ, ສ່ວນບຸກຄົນ​ຊາວ​ຕ່າງປະ​ເທດ​ໄດ້​ຮັບການມອບ​ໂອນສິດ​ນຳ​ໃຊ້​ທີ່​ດິນ, ​ເຊົ່າ​ທີ່ດິນ​ໃນ​ບັນດາ​ໂຄງການ​ອະສັງຫະລິມະ​ຊັບ​ຂອງ​ບັນດາ​ເຈົ້າ​ຂອງ​​ລົງທຶນ ​ເພື່ອ​ກໍ່ສ້າງ​ເຮືອນ, ກິດຈະກຳ​ກໍ່ສ້າງ​ເພື່ອ​ຂາຍ, ​ໃຫ້​ເຊົ່າ, ​ໃຫ້​ຊື້ນັ້ນ, ສສຊ ​ຫຼາຍ​ທ່ານ​ຖື​ວ່າ ຂໍ້​ກຳນົດ​ດັ່ງກ່າວ​ບໍ່​ທັນ​ເໝາະ​ສົມ​ກັບ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ປີ 2013. ທ່ານ ຫງວຽນ​ມິ​ງກວາງ, ສສຊ ນະຄອນ​ຮ່າ​ໂນ້ຍ ສະ​ເໜີ​ວ່າ.

        “​ເລື່ອງ​ເປີດ​ກວ້າງ​ຂອບ​ເຂດ​ເຂົ້າ​ຮ່ວມ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ​ແມ່ນ​ຈຳ​ເປັນ ​ເພື່ອ​ແນ​ໃສ່​ຈຸດໝາຍດຶງ​ດູດ​​ແຫຼ່ງທຶນ​ເຂົ້າ​​ຕະຫຼາດ​ອະສັງຫະລິມະ​ຊັບ​ພາຍ​ໃນ​ປະ​ເທດ ​ແຕ່​ຄະນະ​ຮຽບຮຽງ​ຄວນຄົ້ນຄວ້າ​ເພື່ອ​​ມີ​ກົນ​ໄກ​ຄວບ​ຄຸມ​ກຳລັງ​ຄວາມ​ສາມ​າດຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ຕົວຢ່າງ​ຄື ຕ້ອງ​ມອບ​ໃຫ້​ອົງການ​ຄຸ້ມ​ຄອງ ຫຼື ມອບ​ໃຫ້​ບໍລິສັດ​ເອກະລາດ​ແມ່ນ​ຜູ້​ກວດກາ​, ຕິດຕາມ​ກວດກາຄວາມ​ຄືບ​ໜ້າ​ຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ”.

        ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະບັບ​ປັບປຸງ), ບັນດາ​ ສສຊ ​ໄດ້​ຕີ​ລາຄາ​ເລື່ອງ​ຮ່າງ​ກົດໝາຍ​ເປີດ​ກວ້າງ​​ເປົ້າ​ໝາຍ ​ແລະ ​ເງື່ອນ​ໄຂ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ອົງການ​ຈັດ​ຕັ້ງ, ສ່ວນບຸກຄົນ​ຕ່າງປະ​ເທດ ​ໄດ້​ຊື້ ​ແລະ ກຳມະສິດ​ເຮືອນ​ຢູ່ ຢູ່​ຫວຽດນາມ ​ແມ່ນ​ເໝາະ​ສົມ. ​ແຕ່​ວ່າ ຕ້ອງ​ເຮັດ​ແຈ້ງ​ບັນດາ​ຜົນ​ກະທົບ​ຂອງ​ຂໍ້​ກຳນົດ​ດັ່ງກ່າວ​ສຳລັບ​ສິດ​ມີ​ບ່ອນຢູ່​ຂອງ​ປະຊາຊົນ, ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ແລະ ການ​ພັດທະນາຢ່າງ​ໝັ້ນຄົງ​ຂອງ​ຕະຫຼາດ​ອະສັງຫະລິມະ​ຊັບ​ພາຍ​ໃນ​ປະ​ເທດ​.

ຂ່າວ/ບົດ​ອື່ນ