ສະພາແຫ່ງຊາດສືບຕໍ່ເຮັດວຽກກ່ຽວກັບວຽກງານບຸກຄະລາກອນ

(vovworld) – ຕາມ​ລາຍການ​ເຮັດ​ວຽກ​ຂ​ອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 13/11, ສະພາ​ແຫ່ງ​ຊາດ​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ ສືບ​ຕໍ່​ປຶກສາ​ຫາລື​ວຽກ​ງານ​ບຸກຄະລາ​ກອນ ​ແລະ ຮັບ​ຟັງ​ໃບ​ສະ​ເໜີ, ບົດ​ລາຍ​ງານ​ກວ​ດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົ້ມ​ລະ​ລາຍ (ສະບັບ​ປັບປຸງ). ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ປຶກສາ​ຫາ​ລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ການວາງ​ແຜນ​ສັງ​ລວມກ່ຽວ​ກັບ​​​ເຂື່ອນໄຟຟ້າ​ນ້ຳຕົກ ​ແລ​ະ ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​​ມາດຕາ​​ມະຕິຂອງ​ສະພາ​ແຫ່​ງຊາດ​ກ່ຽວກັບ​ແຜນ​ນະ​ໂຍບາຍ​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ໂຮ່ຈີ​ມິນ.

ສະພາແຫ່ງຊາດສືບຕໍ່ເຮັດວຽກກ່ຽວກັບວຽກງານບຸກຄະລາກອນ - ảnh 1
ທ່ານ ຫວູດຶກດາມ ແລະ ທ່ານ ຟ້າມບິ່ງມິງ
(ພາບປະກອບຈາກ TTXVN)

ລັດຖະບານ​ຫວຽດນາມ​ມີ​ຮອງ​ນາຍົກລັດຖະມົນຕີ​ໃຫມ່​ສອງ​ທ່ານ

 ດ້ວຍ​ໝາກຜົນ​ປ່ອນ​ບັດຢູ່​ໃນ​ອັດຕາ​ສະຫນັບສະຫນູນສູງ, ທ່ານ ຫວູດືກດາມ, ລັດຖະມົນຕີ, ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ ໄດ້​ຮັບຈຳ​ນວນ​ບັດ​ສະຫນັບສະຫນູນ ກວ່າ 84% ຈາກ ສສຊ ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ​ ​ແມ່ນ 85% ຈາກ ສສຊ.   ໝາກຜົນ​ດັ່ງກ່າວ​ກໍໝາຍ​ຄວາມ​ວ່າ ລັດຖະບານ​ຫວຽດນາມ ມີ​ຮອງ​ນາຍົກລັດຖະມົນຕີ 5 ທ່ານ, ​ແທນ​ທີ່ 4 ທ່ານ​ຄື​ກ່ອນ​ນີ້. ກ່າວ​ຄຳ​ເຫັນ​ພາຍຫລັງປະກາດ​ໝາກ​ຜົນ​ປ່ອນ​ບັດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ຊີ້​ແຈ້ງວ່າ:

   “ສະພາ​ແຫ່ງ​ຊາ​ດ​ໄດ້​ຕົກລົງ​ບຸກຄະລາ​ກອນ ດ້ວຍ​ອັດຕາ​​ບັດ​ສະຫນັບສະຫນູນ ສູງ ສຳລັບ ຮອງ​ລັດຖະມົນຕີສອງ​ທ່ານ ນັ້ນ​ແມ່ນ ທ່ານ ຫວູດືກດາມ ​ແລະ ທ່ານ ຟ້າ​ມບີ​ງມີ​ງ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ສອງ​ສະຫາຍ​ຈະ​ສືບ​ຕໍ່ມານະ​ພະຍາຍາມ​​ສຳ​ເລັດ​ຫນ້າ​ທີ່​ຂອງ​ຕົນຢ່າງດີ​ເດັ່ນ, ສົມ​ກັບ​ຄວາ

ມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງ​ຈາກ ສສຊ.”

        ທ່າ​ນຮອງ​ນາຍົກລັດ​ຖະມົນຕີ ຫວູດືກດາມ ຈະ​ຊ່ວຍ​ນາຍົກ​ລັດຖະມົນຕີ ຕິດຕາມ​ການ​ຊີ້​ນຳ​ຂົງ​ເຂດ​ວັດທະນະທຳ, ສັງຄົມ, ວິທະຍາສາດ,​ ສຶກສາ ​ແລະ ບຳລຸງ​ສ້າງ. ທ່ານ​ຟ້າ​ມບີ​ງມີ​ງ, ຮອງ​ນາຍົກລັດ​ຖະມົນຕີ, ທັງ​ເປັນ​ລັດຖະມົນຕີການ​ຕ່າງປະ​ເທດ ຈະ​ຮັບຜິດຊອບ​ຂົງ​ເຂດ​ການ​ຕ່າງປະ​ເທດ.

 

ຂ່າວ/ບົດ​ອື່ນ