ສະພາ​ແຫ່ງ​ຊາດຫວຽດນາມ​ຊຸດ​ທີ 14 ຮັບຮອ​ງ​ເອົາ​ມະຕິ​ບາງ​ສະບັບ; ກົດໝາຍ ​ແລະ ກົດໝາຍສະບັບ​ປັບປຸງ

(VOVWORLD) -ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງ ແລະ ອະນຸຍາດໃຫ້ດໍາເນີນການຕັດສິນຂອງອົງການແກ້ໄຂຄວາມຂັດແຍ້ງຕາມຂໍ້ກໍານົດຂອງ ສັນຍາອາລັກຂາການລົງທຶນ ລະຫວ່າງຫວຽດນາມ - ອີຢູ (EVIPA) ດ້ວຍຈໍານວນຜູ້ສະໜັບສະໜູນແມ່ນ 95,03%.
ສະພາ​ແຫ່ງ​ຊາດຫວຽດນາມ​ຊຸດ​ທີ 14 ຮັບຮອ​ງ​ເອົາ​ມະຕິ​ບາງ​ສະບັບ; ກົດໝາຍ ​ແລະ ກົດໝາຍສະບັບ​ປັບປຸງ  - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: quochoi.vn)

  ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 18 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງ ແລະ ອະນຸຍາດໃຫ້ດໍາເນີນການຕັດສິນຂອງອົງການແກ້ໄຂຄວາມຂັດແຍ້ງຕາມຂໍ້ກໍານົດຂອງ ສັນຍາອາລັກຂາການລົງທຶນ ລະຫວ່າງຫວຽດນາມ - ອີຢູ (EVIPA) ດ້ວຍຈໍານວນຜູ້ສະໜັບສະໜູນແມ່ນ 95,03%. ມະຕິສະບັບດັ່ງກ່າວມີຜົນບັງຄັບໃຊ້ນັບແຕ່ເມື່ອ ສັນຍາ EVIPA ມີຜົນສັກສິດ ເປັນຕົ້ນໄປ.

        ແລະກໍໃນຕອນເຊົ້າຂອງວັນທີ 18 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍວ່າດ້ວຍການປະກາດໃຊ້ເອກະສານທາງດ້ານນິຕິກໍາ ດ້ວຍຈໍານວນຜູ້ສະໜັບສະໜູນແມ່ນ 92,96%. 

ຕອບກັບ

ຂ່າວ/ບົດ​ອື່ນ