ສະພາແຫ່ງຊາດຫວຽດນາມແລະອາຟຼິກາໃຕ້ຊຸກຍູ້ການຮ່ວມມືກ່ຽວກັບການພົວພັນຕ່າງປະເທດ
ຄະນະຜູ້ແທນກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ
ເຮັດວຽກກັບສະມາຊິກລັດຖະສະພາ ອາຟຼິກາໃຕ້
(ພາບ: vietnam+)
(vovworld) – ໃນລະຫວ່າງວັນທີ 07 – 09/12, ຄະນະຜູ້ແທນກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງຫົວໜ້າກຳມາທິການ ໂງດຶກແມ້ງ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ອາຟີກາໃຕ້. ໃນການຢ້ຽມຢາມ ທ່ານຮອງຫົວໜ້າ ໂງດຶກແມ້ງ ແລະ ຄະນະຜູ້ແທນມີການເຮັດວຽກຢູ່ສຳນັກງານສະພາແຫ່ງຊາດ ສ.ອາຟຼິກາໃຕ້ ກັບທ່ານ Siphosezwe Masango, ຫົວໜ້າກຳມາທິການພົວພັນຕ່າງປະເທດ ແລະ ທ່ານ Bhekizizwe Abram Radebe ຫົວໜ້າຄະນະສະມາຊິກລັດຖະສະພາພົວພັນຕ່າງປະເທດຂຶ້ນກັບພັກກຳອຳນາດກອງປະຊຸມໃຫຍ່ຊົນຊາດ ອາຟຼິກາໃຕ້ (ANC) ພ້ອມກັບສະມາຊິກລັດຖະສະພາຮັບຜິດຊອບວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດ ອາຟຼິກາໃຕ້ ຫລາຍທ່ານ. ທີ່ນະຄອນ Cape Town, ຄະນະຜູ້ແທນກໍມີການພົບປະ ເຮັດວຽກກັບທ່ານ Sheila Barsel, ກຳມະການກົມການເມືອງ ແລະ ບັນດາສະມາຊິກໃນຄະນະບໍລິຫານງານສູນກາງພັກກອມມູນິດ ອາຟຼີກາໃຕ້.
ຜ່ານການເຮັດວຽກກັບທ່ານ Siphosezwe Masango, ຫົວໜ້າກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ອາຟຼີກາໃຕ້, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພັດທະນາຂອງແຕ່ລະປະເທດ, ອົງການຈັດຕັ້ງ, ການເຄື່ອນໄຫວຂອງລັດຖະສະພາ, ວຽກງານພົວພັນຕ່າງປະເທດ ແລະ ການສ້າງກົດໝາຍຂອງສະພາແຫ່ງຊາດ ກໍຄືສະພາບການຮ່ວມມືລະຫວ່າງລັດຖະສະພາໃນຂອບເຂດສະຫະພັນລັດຖະສະພາສາກົນ (IPU) ເຊິ່ງ ຫວຽດນາມ ແລະ ອາຟຼີກາໃຕ້ ເປັນສະມາຊິກ. ບັນດາສະມາຊິກລັດຖະສະພາ ອາຟີຼີກາໃຕ້ ມີຄວາມປະທັບໃຈພິເສດຕໍ່ບັນດາຜົນງານພັດທະນາກ່ຽວກັບທຸກດ້ານຂອງ ຫວຽດນາມ; ເນັ້ນໜັກ 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອຮ່ວມມືໃນການລົງທຶນ, ການຄ້າ, ການສຶກສາ, ການທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນຢ່າງແທດຈິງ; ສະແດງຄວາມປາດຖະໜາຢາກໃຫ້ການພົວພັນ 2 ປະເທດໄດ້ຮັບການຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໂດຍໄວ.