(vovworld) – ໃນການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຮິ່ງງອກເຊີນ ທີ່ພວມຢ້ຽມຢາມ ສິງກາໂປໃນວັນທີ 30/7, ທ່ານນາງປະທານສະພາແຫ່ງຊາດ ສິງກາໂປ Halimah Yacob ສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ, ບໍ່ພຽງແຕ່ໃນການພົວພັນ 2 ຝ່າຍເທົ່ານັ້ນ ຫາກຍັງໃນການພົວພັນຫຼາຍຝ່າຍອີກດ້ວຍ. ທ່ານນາງປະທານສະພາແຫ່ງຊາດ ສິງກາໂປ Halimah Yacob ເນັ້ນໜັກວ່າ: ສະພາແຫ່ງຊາດ 2 ປະເທດຄວນເພີ່ມທະວີການສົມທົບກັນ ຢູ່ສະພາລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (AIPA) ແລະ ບັນດາເວທີປາໄສສາກົນອື່ນໆ. ທ່ານຮອງປະທານສະພາແຫ່ງຊາດ ຮິ່ງງອກເຊີນ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກ ອາຊຽນ ແລະ AIPA, ໃນນັ້ນມີ ສິງກາໂປ, ເພື່ອສ້າງຕັ້ງປະຊາຄົມ ອາຊຽນ ສາມັກຄີ ແລະ ພັດທະນາໃນປີ 2015.
ໃນການເຮັດວຽກຢູ່ ສິງກາໂປ ແຕ່ວັນທີ 29 – 30/7, ທ່ານຮອງປະທານສະພາແຫ່ງຊາດ ຮິ່ງງອກເຊີນ ໄດ້ມີການເຮັດວຽກກັບການນຳຂັ້ນສູງກະຊວງພາຍໃນ, ກະຊວງປ້ອງກັນປະເທດ ແລະ ທ່ານຮອງຫົວໜ້າກຳມະທິການສະພາແຫ່ງຊາດຂອງລັດຖະບານ ກ່ຽວກັບປ້ອງກັນຊາດ ແລະ ການຕ່າງປະເທດ Ellen Lee.