(ພາບປະກອບ)
(vovworld) – ໃນວັນທີ 29/11 ທ່ານ Michael Fallon ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ອັງກິດ ໃຫ້ຮູ້ວ່າ: ລັດຖະບານ ອັງກິດ ຍັງບໍ່ທັນໄດ້ຮັບການສະໜັບສະໜູນຢ່າງພຽງພໍຈາກບັນດາສະມາຊິກສະພາຕ່ຳ ເພື່ອຮັບຮອງເອົາແຜນການບຸກໂຈມຕີທາງອາກາດບັນດາເປົ້າໝາຍໝາຍຂອງອົງການລັດອິດສະລາມ (IS) ຢູ່ ຊີຣີ. ເມື່ອຕອບສຳພາດຕໍ່ສື່ມວນຊົນ ອັງກິດ (BBC), ທ່ານລັດຖະມົນຕີ Michael Fallon ໃຫ້ຮູ້ວ່າ:ໄດ້ໂອ້ລົມກັບບັນດາສະມາຊິກຝ່າຍຄ້ານແຮງງານ ແລະ ພວມສືບຕໍ່ສ້າງພື້ນຖານໃຫ້ແກ່ແຜນການນີ້. ທ່ານລັດຖະມົນທີ Michael Fallon ຍອມຮັບວ່າ ແຜນການຍາກທີ່ຈະໄດ້ຮັບຮອງເອົາ ຖ້າວ່າພັກແຮງງານຮຽກຮ້ອງໃຫ້ບັນດາສະມາຊິກພາຍໃນພັກປ່ອນບັດຄັດຄ້ານການບຸກໂຈມຕີທາງອາກາດຢູ່ ຊີຣີ. ຄາດຄະເນວ່າ: ສະພາຕ່ຳ ອັງກິດ ຈະປ່ອນບັດກ່ຽວກັບບັນຫານີ້ ໃນອາທິດໜ້າ, ແຕ່ລັດຖະບານ ອັງກິດ ຖະແຫຼງວ່າ ຈະບໍ່ນຳເອົາບັນຫາປ່ອນບັດ ມາຮັບຮອງຖ້າບໍ່ແນ່ນອນ.