ສະພາແຫ່ງຊາດອາເມລິກາຮຽກຮ້ອງອຳນາດການປົກຄອງຮັກສາຫລັກໝັ້ນແຂງກະດ້າງກັບອີຣານ

 ສະພາແຫ່ງຊາດອາເມລິກາຮຽກຮ້ອງອຳນາດການປົກຄອງຮັກສາຫລັກໝັ້ນແຂງກະດ້າງກັບອີຣານ - ảnh 1
ພາບປະກອບ:internet


(vovworld) - ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ ກັບ​ອຳ​ນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ຂອງ​ອີຣານ ທີ່​ອາດ​ຈະ​ປີນຂັ້ນ​ໄດ ​ເມື່ອ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂອງ​ສະພາ​ສູງ​ແລະ ສະພາ​ຕຳ່​ສ່ວນ​ຫລາຍ​ໄດ້​ສົ່ງ​ຈົດໝາຍ​ຕໍ່​ປະທານາທິບໍດີ ອາ​ເມ​ລິ​ກາ ຮຽກຮ້ອງ​ຮັກສາ​ຫລັກ​ໝັ້ນ​​ແຂງ​ກະດ້າງ​ກັບປະ​ເທດ ອິມສະ​ລາມ​ນີ້. ການ​ກະທຳ​ດັ່ງກ່າວ​ດຳ​ເນີນ​ໃນ​ສະພາບ ບັນດາ​ປ​ະ​ເທດ​ມະຫາ​ອຳນາດ ຊື່​ງລວມມີ 5 ປະ​ເທດ​ສະມາຊິກປະຈຳ ສປຊ ​ແລະ ​ເຢຍລະ​ມັນ ຫາກໍ​ດຳ​ເນີນວິວັດ​ການ​ເຈລະຈາ​ກ່ຽວ​ກັບຂໍ້​ຕົກລົງ​ສຸດ​ທ້າຍນິວ​ເຄຼຍ ກັບ ອີຣານ ຢູ່ ນະຄອນ​ວຽນ ປະ​ເທດ​ອົດ​ຕະລິດ . ຈົດໝາຍ​ສະບັບ​ດັ່ງກ່າວ​ໂດຍ​ສະມາຊິກ​ສະພາ​ສູງ 80 ທ່ານ​ໃນ​ຍອດ​ຈຳນວນ 100 ທ່ານລົງ​ລາຍ​ເຊັນ ​ໄດ້ຮຽບຮຽງ​ບັນດາ​ບຸລິມະສິດຕົ້ນຕໍ, ​ໃນ​ນັ້ນ ຮຽກຮ້ອງ​ອີ​ຣານ ປະລະ​ສິດ​ເສີມ​ທາດ​ຢູຣາຮຽມ. ນອກ​ນັ້ນ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຍັງ​ທວງ​ໃຫ້​ປິດ​ປະຕູ​​ເຕົາປະຕິ​ກອນຢູ່ Arak ​ແລະ Tehran ​ແລະ ຕ້ອງ​ແກ້​ຂໍ້​ຂ້ອງ​ໃຈ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ ສປຊ ກ່ຽວ​ກັບ​ຄວາມ​ສາມາດ​ການຫັນ​​ໂຄງການ​ນິວ​ເຄຼຍ ພົນລະ​ເຮືອນ ​ໄປສູ່​ຈຸດ​ປະ​ສົງການ​ທະຫານ.  ​ໃນ​ຈົດໝາຍ​ຂອງ​ສະພາ​ຕຳ່, ​ໂດຍ​ສະມາຊິກ​ສະພາ​ຕຳ່ 394 ທ່ານໃນ​ຍອດ​ຈຳນວນ 432 ທ່ານລົງ​ລາຍ​ເຊັນ, ບັນດາ​ສະມາຊິກ​ສະພາ​ຕຳ່​ສ​ະ​ແດງ​ຄວາ​ມວິຕົກ​ກັງວົນ​ວ່າ Tehran ຈະ​ຊອກ​ວິທີ​ແກ່ຍາວ​ວິວັດ​ການ​ເຈລະຈາ​ເພື່ອ​ຍາດ​ເວລາ​ຍູ້​ແຮງ​ການ​ສົ່ງ​ອອກ​ນຳ້ມັນ​ບໍ່.

ຂ່າວ/ບົດ​ອື່ນ