(vovworld) - ໃນເກືອບ 2 ເດືອນພາຍຫຼັງການເລືອກຕັ້ງ, ວັນທີ 04/01, ສະພາແຫ່ງຊາດອາເມລິກາ ໄດ້ຢືນຢັນທ່ານ Obama ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີອາຍຸການທີ 2 (2013 - 2016) ຢ່າງເປັນທາງການ. ທີ່ກອງປະຊຸມຄົບຄະນະຂອງສະພາແຫ່ງຊາດອາເມລິກາ ໄດ້ດຳເນີນການນັບບັດ ແລະ ຢືນຢັນໄຊຊະນະຂອງທ່ານ Obama ຢ່າງເປັນທາງການ ດ້ວຍ 332 ບັດສະໜັບສະໜູນຂອງບັນດາຜູ້ມີສິດເລືອກຕັ້ງ, ເມື່ອທຽບໃສ່ກັບຄູ່ແຂ່ງສັງກັດພັກສາທາລະນະລັດ ທ່ານ Mitt Romney ຍາດໄດ້ພຽງ 206 ບັດເທົ່ານັ້ນ. ໝາກພົນຂອງການນັບບັດກໍຢືນຢັນວ່າ ທ່ານ Joe Biden ໄດ້ຮັບເລືອກຕັ້ງເປັນຮອງປະທານາທິບໍດີ. ຕາມຂໍ້ກຳນົດ, ຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີອາເມລິກາ ຢ່າງໜ້ອຍສຸດຕ້ອງຍາດໄດ້ 270 ບັດສະນັບສະໜູນຂອງບັນດາຜູ້ມີສິດເລືອກຕັ້ງເພື່ອກາຍເປັນປະທານາທິບໍດີ. ເຖິງວ່າ ໝາກຜົນຂອງການເລືອກຕັ້ງປະທານາທິບໍດີໄດ້ຈະແຈ້ງໃນວັນເລືອກຕັ້ງ 06/11/2012, ແຕ່ຕາມລັດຖະທຳມະນູນອາເມລິກາ ໄດ້ກຳນົດວ່າ ສະພາແຫ່ງຊາດຕ້ອງກວດກາບັດສະໜັບສະໜູນ ແລະ ຢັ້ງຢືນຜູ້ຮັບໄຊຊະນະ.