ສະພາແຫ່ງຊາດຮັບຟັງໃບສະເໜີ ແລະ ບົດລາຍງານກວດກາຮ່າງກົດໝາຍວ່າດ້ວຍສິນໃນນ້ຳ (ສະບັບປັບປຸງ)
(VOVWORLD) - ໂດຍສືບຕໍ່ໂຄງການເຮັດວຽກຂອງກອງປະຊຸມສະໄໝສາມັນຄັ້ງທີ 3, ຕອນເຊົ້າວັນທີ 6 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີ ແລະ ບົດລາຍການກວດກາຮ່າງກົດໝາຍວ່າດ້ວຍສິນໃນນ້ຳ (ສະບັບປັບປຸງ).
ທ່ານ ຟານຊວນຫວູ, ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມຂອງ ສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ |
ຕາມໃບສະເໜີຂອງຮ່າງກົດໝາຍນີ້ແລ້ວ, ຈຸດໃໝ່ຂອງຮ່າງກົດໝາຍວ່າດ້ວຍສິນໃນນ້ຳ ຄັ້ງນີ້ ແມ່ນກຳນົດກ່ຽວກັບອົງການປະຊາຄົມ ຄຸ້ມຄອງການເຄື່ອນໄຫວສິນໃນນ້ຳ ກຳນົດນີ້ເພື່ອແນໃສ່ສ້າງພື້ນຖານນິຕິກຳ ໃຫ້ແກ່ການເຂົ້າຮ່ວມຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງສິນໃນນ້ຳຂອງ ຊາວປະມົງ, ແມ່ນມາດຕະການຍົກສູງສະຕິຄວາມຮັບຜິດຊອບຂອງຊາວປະມົງ, ຫລູດຜ່ອນການເຄື່ອນໄຫວຂຸດຄົ້ນສິນໃນນ້ຳມີລັກສະນະທຳລາຍ ແລະ ຫຼີກລ້ຽງການປະທະກັນພາຍໃນ ແລະ ນອກວົງຄະນະຍາດ ແລະ ເໝາະສົມກັບຄວາມມຸ່ງມາດປາດຖະໜາຂອງປະຊາຄົມ. ທ່ານ ຟານຊວນຫວູ, ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມຂອງ ສະພາແຫ່ງຊາດ ຟານຊວນຫວູ, ໃຫ້ຮູ້ວ່າ:
“ກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ເຫັນດີເລື່ອງປ່ຽນໃໝ່ໃນການສະໜອງໃບອະນຸຍາດໃຫ້ຂຸດຄົ້ນສິນໃນນ້ຳ ແລະ ເຫັນດີຂຸດຄົ້ນສິນໃນນ້້ຳຕ້ອງໄດ້ຮັບການຄຸ້ມຄອງດ້ວຍໂກຕາ ເພື່ອປົກປ້ອງ ແລະ ຟື້ນຟູແຫຼ່ງສິນໃນນ້ຳເໝາະສົມ ແລະ ຍືນຍົງ. ເວລາກຳນົດຂອງໃບອະນຸຍາດແມ່ນ 60 ເດືອນ ຄືຂໍ້ກຳນົດໃນຮ່າງກົດໝາຍແມ່ນເໝາະສົມກັບໄລຍະສຳຫຼວດ, ຕີລາຄາ ແລະ ປະກາດປະລິມານແຫຼ່ງສິນໃນນ້ຳ.”