ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນ(ສະບັບປັບປຸງ)ແລະກົດໝາຍວ່າດ້ວຍວິສາຫະກິດ(ສະບັບປັບປຸງ)
ພາບປະກອບ
(vovworld) – ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) - ຮ່າງກົດໝາຍ 2 ສະບັບນີ້ໂດຍສະມາຊິກສະພາແຫ່ງຊາດຮັບຮອງເອົາດ້ວຍບັດເຫັນດີເປັນສ່ວນຫຼາຍ ທີ່ວາລະປະຊຸມໃນຕອນເຊົ້າວັນທີ 26/11 ໃນກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13.
ກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ລວມມີ 7 ພາກ 76 ມາດຕາ. ຈຸດພົ້ນເດັ່ນຂອງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ແມ່ນຫລຸດຜ່ອນບຈຳນວນຂະແໜງຫ້າມດຳເນີນທຸລະກິດຈາກ 51 ລົງເຫຼືອພຽງ 6 ຂະແໜງ, ໃນຂະນະນັ້ນຈຳນວນຂະແໜງລົງທຶນດຳເນີນທຸລະກິດທີ່ມີເງື່ອນໄຂກໍ່ຫລຸດຈາກ 386 ລົງເຫຼືອພຽງ 272 ຂະແໜງ. ນີ້ໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນທີ່ສຸດໃນວິວັດທະນາການປັບປຸງຮ່າງກົດໝາຍ ດ້ວຍຄວາມຫວັງສ້າງເງື່ອນໄຂສູງສຸດເພື່ອໃຫ້ບັນດານັກລົງທຶນໄດ້ດຳເນີນທຸລະກິດເສລີ ແລະ ສ້າງກຳລັງໜູນໃໝ່ໃຫ້ແກ່ພື້ນຖານເສດຖະກິດ.
ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ລວມມີ 10 ພາກ 213 ມາດຕາ, ໃນນັ້ນ ເປັນໜ້າສົນໃຈແມ່ນເມື່ອອອກໃບຢັ້ງຢືນຈົດທະບຽນວິສາຫະກິດ, ໃບຢັ້ງຢືນນີ້ບໍ່ ຮັບຮູ້ຂະແໜງອາຊີບທັງໝົດຈົດທະບຽນດຳເນີນທຸລະກິດ ຫາກພຽງແຕ່ຮັບຮູ້ຂະແໜງອາຊີບດຳເນີນທຸລະກິດທີ່ຂຶ້ນກັບບັນຊີລາຍຊື່ບັນດາຂະແໜງອາຊີບດຳເນີນທຸລະກິດທີ່ມີເງື່ອນໄຂເທົ່ານັ້ນ. ບັນດາແຫຼ່ງຂ່າວອື່ນໆຈະໄດ້ຮັກສາເປັນສຳເນົາເອກະສານຈົດທະບຽນ, ວິສາຫະກິດຢູ່ການຂໍ້ມູນແຫ່ງຊາດ.
ກົດໝາຍ 2 ສະບັບດັ່ງກ່າວລ້ວນແຕ່ມີຜົນສັກສິດນັບແຕ່ວັນທີ 1/7/2015 ເປັນຕົ້ນໄປ.
ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການກວດສອບບັນຊີແຫ່ງລັດ (ສະບັບປັບປຸງ).