ສສຊລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການ
ປ້ອງກັນແລະຕ້ານໄຟໄໝ້
ພາບ:TTXVN
|
(vovworld)- ວັນທີ 12/6, ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13, ດ້ວຍບັດເຫັນດີສ່ວນຫລາຍ, ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການກໍ່ການຮ້າຍ. ກົດໝາຍສະບັບນີ້ໄດ້ກຳນົດວ່າ: ລັດຖະບານສ້າງຕັ້ງຄະນະຊີ້ນຳກ່ຽວກັບການປ້ອງກັນ ແລະ ຕ້ານການກໍ່ການຮ້າຍແຫ່ງຊາດ, ຄະນະຊີ້ນຳຂັ້ນແຂວງ ແລະ ກຳລັງສະເພາະກິດຕ້ານການກໍ່ການຮ້າຍແມ່ນຂຶ້ນກັບກະຊວງຕຳຫລວດ ແລະ ກະຊວງປ້ອງກັນປະເທດ. ນອກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍດວ່າດ້ວຍການປ້ອງກັນ ແລະຕ້ານໄຟໄໝ້ ແລະ ການເຈລະຈາລົງນາມໃນຂໍ້ຕົກລົງຂັ້ນລັດຖະບານເພື່ອແກ້ໄຂບັນຫາຊາວອົບພະຍົບຢ່າງເສລີ ແລະ ການສົມລົດໂດຍບໍ່ຈົດທະບຽນຢູ່ເຂດຊາຍແດນ ຫວຽດນາມ - ລາວ.
ຕອນບ່າຍວັນດຽວກັນແມ່ນເລີ່ມຕົ້ນວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກໃນຄະນະລັດຖະບານ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ສະມາຊິກລັດຖະບານ 4 ທ່ານ, ນັ້ນແມ່ນ ທ່ານ ກາວດືກຟາດ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ທ່ານນາງ ຟ້າມທິຫາຍຈ່ວຽນ, ລັດຖະມົນຕີ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ, ທ່ານ ຮ່ວາງຕວນແອງ, ລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວຫວຽດນາມ ແລະ ທ່ານ ຫງວຽນຮ່ວາບີ່ງ ຫົວຫນ້າໄອຍະການປະຊາຊົນສູງສຸດ ຈະຕອບຄຳຊັກຖາມໃນເວລາ 2 ມື້ເຄິ່ງ.
ກ່ອນດຳເນີນວາລະຊັກຖາມ, ຕາງຫນ້າລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ສະເຫນີບົດລາຍງານກ່ຽວກັບການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມ. ໃນບົດລາຍງານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນໄດ້ເຕື້ອງເຖິງ 4 ຂົງເຂດ: ອຸດສາຫະກຳການຄ້າ, ທະນາຄານ, ສາທາລະນະສຸກ ແລະ ບັນດາເນື້ອໃນໄດ້ຮັບການຊັກຖາມໃນສະໄຫມປະຊຸມຄັ້ງກ່ອນ. ຄຽງຄຸ່ກັນນັ້ນ ແມ່ນ 22 ໝວດຫນ້າທີ່ຊື່ງລັດຖະບານໄດ້ຜັນຂະຫຍາຍ. ເມື່ອຕີລາຄາລວມກ່ຽວກັບການປະຕິບັດມະຕິຂອງສະພາແຫ່ງຊາດໃນການຊັກຖາມທີ່ສະໄຫມປະຊຸມຄັ້ງກ່ອນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ:
“ໃນ 6 ເດືອນຜ່ານມາ, ມີຫລາຍຂົງເຂດບັນລຸໄດ້ໝາກຜົນດີພໍສົມຄວນ. ເຖິງຢ່າງໃດກໍຕາມ, ຍັງມີບາງຂົງເຂດຜັນຂະຫຍາຍຊັກຊ້າ, ຕ້ອງສືບຕໍ່ສຸມໃສ່ແກ້ໄຂຄື: ຫນູນຊ່ວຍວິສາຫະກິດທີ່ພວມປະສົບກັບຄວາມຫຍຸ້ງຍາກ, ຫນູນຊ່ວຍປະຊາຊົນຕັ້ງຖີ່ນຖານຄືນໃຫມ່, ການປ້ອງກັນ ແລະ ຕ້ານການສໍ້ໂກງການຄ້າ, ສິນຄ້າປ່ອມ, ສິນເຊື່ອບຸລິມະສິດດ້ານເຮືອນຢູ່ສັງຄົມ, ແກ້ໄຂຫນີ້ເສຍ.”
ພາຍຫລັງນັ້ນ, ການຕອບຄຳຊັກຖາມຂອງທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ກາວດຶດຟາດ ສຸມໃສ່ວຽກງານຄຸ້ມຄອງລັດກ່ຽວກັບແນວພັນປູກ, ຝຸ່ນເຄມີ, ຫົວອາຫານສັດລ້ຽງ, ບັນຫາປູກປ່າ ແລະ ປົກປັກຮັກສາປ່າ. ເພື່ອສ້າງການຫັນປ່ຽນຢ່າງແຮງ, ຍາວນານສຳລັບຂະແໜງລ້ຽງສັດ, ທ່ານລັດຖະມົນຕີກາວດຶດຟາດ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າພວມກວດຄືນເພື່ອສ້າງໂຄງປະກອບຂະແໜງລ້ຽງສັດຄືນໃໝ່, ພ້ອມກັບທ້ອງຖິ່ນຕ່າງໆ ກຳນົດບັນດາປະເພດສັດລ້ຽງເໝາະສົມ. ທີສອງແມ່ນສຸມໃສ່ແກ້ໄຂບັນຫາແນວພັນ. ທີສາມແມ່ນສົ່ງເສີມການປຸງແຕ່ງຫົວອາຫານສັດແບບອຸດສາຫະກຳ, ກວດກາແຜນການຜະລິດວັດຖຸດິບພາຍໃນປະເທດ. ທີສີ່ແມ່ນເຜີຍແຜ່ໃຫ້ປະຊາຊົນບັນດາຫົວອາຫານສັດກ້າວໜ້າ ແລະ ຕ້ອງປະຕິບັດບັນດາມາດຕະການດັ່ງກ່າວຢ່າງຄົບຊຸດ”.