ສະພາແຫ່ງຊາດເຢຍລະມັນໃຫ້ສັດຕະຍາບັນແຜນການເຂົ້າຮ່ວມການຕໍ່ສູ້ຕ້ານISຢູ່ຊີຣີ
(ພາບປະກອບ)
(vovworld) - ວັນທີ 04/12, ສະພາແຫ່ງຊາດເຢຍລະມັນ ໄດ້ໃຫ້ສັດຕະຍາບັນແຜນການຜັນຂະຫຍາຍພົນທະຫານ ແລະ ພາຫະນະຂອງປະເທດນີ້ ພ້ອມກັນເຂົ້າຮ່ວມພ້ອມກັບກຳລັງທະຫານປະສົມຕ້ານອົງການລັດສິດສະລາມ (IS) ອ້າງຊື່ເອງ ຢູ່ຊີຣີ. ຕາມນັ້ນແລ້ວ, ເຢຍລະມັນ ຈະຜັນຂະຫຍາຍພົນທະຫານຫຼາຍສຸດ 1.200 ຄົນ ພ້ອມກັບເຮືອບິນສອດແນມ 6 ລຳເຂົ້າຮ່ວມການຕໍ່ສູ້ຕ້ານ IS ຢູ່ຊີຣີ. ເຢຍລະມັນ ຈະຈັດສົ່ງເຮືອບິນຕໍ່ເຊື້ຶ້ອໄຟ, ກ່ຳປັ່ນສູ້ຮົບລຳໜຶ່ງ ປະຕິບັດໜ້າທີ່ປ້ອງກັນກ່ຳປັ່ນບັນທຸກເຮືອບິນ Charles de Gaulle ຂອງຝລັ່ງ ຢູ່ທະເລເມດີເຕຣາເນ, ພ້ອມທັງໜູນຊ່ວຍດ້ານເຕັກໂນໂລຊີດາວທຽມ ເພື່ອຮັບຂໍ້ມູນສືບລາຊະການລັບກ່ຽວກັບ IS.