ສະພາແຫ່ງຊາດເລີ່ມ ປຶກສາຫາລືກ່ຽວກັບ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2013
(ພາບປະກອບ)
(vovworld) - ສະພາແຫ່ງຊາດເລີ່ມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2013 ແມ່ນເນື້ອໃນເຮັດວຽກຢູ່ໜ່ວຍຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໃນຕອນບ່າຍວັນທີ 29 ຕຸລາ.
ຕາມບົດລາຍງານຂອງລັດຖະບານແລ້ວ, ປິ 2013 ມີ 41 ກໍລະນີຫົວໜ້າຖືກປັບໄໝລົງໂທດ ຍ້ອນຂາດຄວາມຮັບຜິດຊອບປະໃຫ້ເກີດການສໍ້ລາດບັງຫຼວງ ແລະ ກໍ່ໃນປີ 2013, ຂະແໜງກວດກາ ໄດ້ກວດພົນ 80 ກໍ່ລະນີ, 90 ເປົ້າໝາຍທີ່ມີການກະທຳກ່ຽວຂ້ອງເຖິງໄພສໍ້ລາດບັງຫຼວງ ດ້ວຍຈຳນວນເງິນ 117,5 ຕື້ດົງ, ເກັບຄືນໄດ້ 59 ຕື້ດົງ.
ນອກຈາກບັນດາເນື້ອໃນດັ່ງກ່າວ, ໃນວັນທີ 29 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດ ຍັງຮັບຟັງບົດລາຍງານ ແລະ ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍປ້ອງກັນ ແລະ ກວດໂລກລະບາດສຳລັບພືດ; ປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຕ້ານການລະເມີດກົດໝາຍ ແລະ ອາດຊະຍາກຳ; ວຽກງານຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູນສຸດ; ວຽກງານດຳເນີຄະດີປີ 2013.