ສະພາແຫ່ງຊາດເລືອກຕັ້ງຮອງປະທານປະເທດ, ບັນດາຕຳແໜ່ງຫົວໜ້າອົງການຕຸລາການ

ສະພາແຫ່ງຊາດເລືອກຕັ້ງຮອງປະທານປະເທດ, ບັນດາຕຳແໜ່ງຫົວໜ້າອົງການຕຸລາການ - ảnh 1
(ພະພາແຫ່ງຊາດຫວຽດນາມ)

(vovworld)- ໂດຍ​ສືບ​ຕໍ່​ການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນຄັ້ງ​ປະ​ຖົມ​ມະ​ເລີກສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 , ຕອນ​ເຊົ້າ​ວັນ​ທີ 27/7, ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໄດ້​ເຮັດ​ວຽກ​ຢູ່​ຫໍ​ປະ​ຊຸມ​ເພື່ອ​ປຶກ​ສາ​ຫາ​ລື, ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ບັນ​ຊີ​ລາຍ​ຊື່​ເພື່ອ​ເລືອກ​ຕັ້ງ​ຮອງ​ປະ​ທານ​ປະ​ເທດ, ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ, ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ. ດ້ວຍ​ຈຳ​ນວນ​ບັດ​ເຫັນ​ດີ 97,57%, ທ່ານ​ນາງດັ້ງ​ທິ​ຫງອກ​ທິ້ງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຮອງ​ປະ​ທານ​ປະ​ເທດ​ອາ​ຍຸ​ການ 2016-2021. ດ້ວຍ​ຈຳ​ນວນ​ບັດ​ເຫັນ​ດີ 96,36%, ທ່ານ ຫງວຽນ​ຮ່​ວາ​ບີງ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ອາ​ຍຸ​ການ 2016-2021, ທ່ານ​ເລ​ມິນ​ຈີ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ອາ​ຍຸ​ການ 2016-2021.

    ແລະ ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ກ່າວ​ໃບ​ຍື່ນ​ສະ​ເໜີ​ກ່ຽວ​ກັບ​ໂຄງ​ປະ​ກອບ​ລັດ​ຖະ​ບານ. ຕ​ອນ​ບ່າຍ​ຂອງວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ມະ​ຕິ  ​ກ່ຽວກ​ັບໂຄງ​ປະ​ກອບ, ຈຳ​ນວນ​ສະ​ມາ​ຊິກ​ລັດ​ຖະ​ບານ ແລະ ຮັບ​ຟັງ​ໃບ​ສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ​ການ​ແຕ່ງ​ຕັ້ງ​ບັນ​ດາ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົນ​ຕີ, ບັນ​ດາ​ສະ​ມາ​ຊິກ​ອື່ນ​ໃນ​ລັດ​ຖະ​ບານ.
ຂ່າວ/ບົດ​ອື່ນ