ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາບ້ວງເງິນໜູນຊ່ວຍ ໂຄວິດ - 19 ມີມູນຄ່າ 1.900 ຕື້ USD
(VOVWORLD) - ວັນທີ 10 ມີນາ, ສະພາຕ່ຳ ອາເມລິກາ ໄດ້ປ່ອນບັດສຳລັບບ້ວງເງິນໜູນຊ່ວຍກ້ອນໃຫຍ່ໂດຍທ່ານປະທານາທິບໍດີ Joe Biden ສະເໜີ ດ້ວຍຈຳນວນບັດສະໜັບສະໜູນ 220 ບັດ ແລະ ບັດຄ້ານ 211 ບັດ.
ສຳນັກງານສະພາແຫ່ງຊາດ ອາເມລິກາ ຢູ່ ວໍຊິງຕັນ (ພາບ: Stanford News) |
ຄ້າຍຄືກັນກັບການປ່ອນບັດຢູ່ ສະພາສູງ ກ່ອນໜ້ານັ້ນ, ບໍ່ມີສະມາຊິກສະພາຕ່ຳຂອງພັກສາທາລະນະທ່ານໃດ ສະໜັບສະໜູນຕໍ່ຮ່າງກົດໝາຍສະບັບດັ່ງກ່າວ.
ຮ່າງກົດໝາຍ ມີຊື່ວ່າ “ແຜນການກູ້ເອົາປະເທດ ອາເມລິກາ” ນີ້ ຈະໜູນຊ່ວຍປະຊາຊົນ ອາເມລິກາ ໂດຍກົງ ດ້ວຍ 1.400 USD, ຕໍ່ກຳນົດເວລາອອກເງິນອຸດໜູນວ່າງງານຂອງປະຊາຊົນນັບລ້ານໆຄົນ ແລະ ປ່ຽນແປງບາງຂໍ້ກຳນົດກ່ຽວກັບອາກອນ ເພື່ອແນໃສ່ໜູນຊ່ວຍບັນດາຄອບຄົວທີ່ມີເດັກນ້ອຍ. ຮ່າງກົດໝາຍດັ່ງກ່າວ ກໍແບ່ງຈຳນວນເງິນນັບສິບຕື້ໃຫ້ USD ແກ່ການວິໄຈຫາເຊື້ອໄວຣັດ ໂຄວິດ - 19, ຄົ້ນຫາປະຫວັດການໄປມາ ແລະ ການພັດທະນາວັກຊິນ ມຸ່ງໄປເຖິງເປົ້າໝາຍຂອງທ່ານປະທານາທິບໍດີ Joe Biden ນັ້ນແມ່ນຜະລິດວັກຊິນກັນພະຍາດໂຄວິດ - 19 ເພື່ອໃຫ້ປະຊາຊົນ ອາເມລິກາ ທຸກຄົນໄດ້ຮັບການສັກວັກຊິນຢ່າງພຽງພໍໃນທ້າຍເດືອນ ພຶດສະພາ. ນອກຈາກນັ້ນ, ງົບປະມານໃນຮ່າງກົດໝາຍດັ່ງກ່າວ ກໍຈະໄດ້ນຳໃຊ້ເພື່ອຊ່ວຍໃນການເປີດໂຮງຮຽນຄືນໃໝ່, ຊ່ວຍໃຫ້ບັນດາຮ້ານອາຫານ ແລະ ວິສາຫະກິດສືບຕໍ່ຮັກສາການເຄື່ອນໄຫວ ແລະ ຊ່ວຍເຫຼືອອຳນາດການປົກຄອງບັນດາລັດນ້ອຍ ແລະ ທ້ອງຖິ່ນ ທີ່ປະສົບກັບຄວາມຫຍຸ້ງຍາກກ່ຽວກັບແຫຼ່ງລາຍຮັບງົບປະມານ.
ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ