ກອງປະຊຸມຂອງສະມັດຊາໃຫຍ່ ສປຊ
(ພາບປະກອບ)
|
(vovworld) – ວັນທີ 26/2, ໃນວາລະປະຊຸມຄົບຄະນະຢູ່ສຳນັກງານໃຫຍ່ຂອງ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ, ສະມັດຊາໃຫຍ່ ສປຊ ຊຸດທີ 69 ໄດ້ຮັບຮອງເອົາມະຕິສະເຫຼີມສະຫຼອງ 70 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2. ມະຕິດັ່ງກ່າວໂດຍ ລັດເຊຍ ແລະ 37 ປະເທດອື່ນຮຽບຮຽງ. ກ່າວຄຳເຫັນຕໍ່ຜູ້ຕາງໜ້າ 193 ປະເທດສະມາຊິກ ສປຊ ພາຍຫຼັງມະຕິໄດ້ຮັບການຮັບຮອງເອົາ, ທ່ານ Vitaly Churkin, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ລັດເຊຍ ປະຈຳ ສປຊ ໄດ້ເຕື້ອງເຖິງໜຶ່ງໃນບັນດາຈຸດໝາຍສຳຄັນທີ່ສຸດເຊິ່ງ ສປຊ ໄດ້ວາງອອກນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ ປີ 1945, ແມ່ນສະກັດກັ້ນ, ບໍ່ອະນຸຍາດໃຫ້ເກີດບັນດາຄວາມຫຍຸ້ງຍາກ ລຳບາກຍ້ອນສົງຄາມກໍ່ຂຶ້ນ, ເພື່ອໃຫ້ລຸ້ນຄົນໃນອະນາຄົດບໍ່ຕ້ອງດຳລົງຊີວິດໃນມະຫາໄພຂອງສົງຄາມອີກ.
ມະຕິທີ່ສະມັດຊາໃຫຍ່ ສປຊ ຊຸດທີ 69 ຫາກໍ່ຮັບຮອງເອົາ, ຮຽກຮ້ອງໃຫ້ 193 ປະເທດສະມາຊິກຂອງອົງການ ສປຊ, ພ້ອມກັນສາມັກຄີ, ເປັນເອກະພາບໃນຄວາມມະນາພະຍາຍາມ ແລະ ການກະທຳໃນບັ້ນຮົບຕ້ານໄພນາບຂູ່ສຳລັບພື້ນຖານສັນຕິພາບ, ຄວາມສະຫງົບຂອງໂລກ.