(VOVWORLD) - ຕອນເຊົ້າວັນທີ 21 ທັນວາ (ຕາມເວລາ ນິວຢອກ) ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມພິເສດວິສາມັນ ເພື່ອປ່ອນບັດໃຫ້ຮ່າງມະຕິຮຽກຮ້ອງ ອາເມລິກາ ຖອນຄືນຖະແຫຼງການຮັບຮອງເອົາ Jerusalem ເປັນນະຄອນຫລວງຂອງ ອິດສະລາແອັນ.
ສະມັດຊາໃຫຍ່ສະຫະປະຊາຊາດ ດຳເນີນກອງປະຊຸມພິເສດວິສາມັນ (ພາບ: AFP/TTXVN) |
ຕາມໝາກຜົນແລ້ວ ຮ່າງມະຕິໄດ້ຮັບການຮັບຮອງເອົາດ້ວຍບັດສະໜັບສະໜູນ 128 ບັດ, ບັດຄ້ານ 9 ບັດ ແລະ ບັດຂາວ 35 ບັດ.
ກອງປະຊຸມແກ່ຍາວເປັນເວລາ 2 ຊົ່ວໂມງ, ຜູ້ຕາງໜ້າຫລາຍປະເທດໄດ້ມີບົດກ່າວປາໄສເນັ້ນໜັກເຖິງເລື່ອງຕ້ອງການຮັກສາສະພາບເດີມຂອງ Jerusalem ໄວ້ ຕາມເນື້ອໃນຈິດໃຈ ບັນດາມະຕິຂອງ ສະຫະປະຊາຊາດ ແລະ ຊຸກຍູ້ວິວັດທະນາການສັນຕິພາບຕາເວັນອອກກາງ ໂດຍຜ່ານການເຈລະຈາໂດຍກົງລະຫວ່າງຊາວ ອິດສະລາແອັນ ແລະ ຊາວ ປາແລັດສະຕິນ.
ໂຄສົກຂອງປະທານາທິບໍດີ ປາແລັດສະຕິນ ທ່ານ Abu Rdainah ຊົມເຊີຍການປ່ອນບັດດັ່ງກ່າວ ແລະ ຖະແຫຼງວ່າ: “ການປ່ອນບັດນີ້ ແມ່ນໄຊຊະນະໃຫ້ ປາແລັດສະຕິນ”. ກົງກັນຂ້າມ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໄດ້ສະແດງການຄັດຄ້ານສຳລັບການປ່ອນບັດຂອງ ສະມັດຊາໃຫຍ່ ສະຫະປະຊາຊາດ.
ໃນຂະນະນັ້ນ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໄດ້ຊົມເຊີຍເລື່ອງ ສະມັດຊາໃຫຍ່ ສະຫະປະຊາຊາດ ຮັບຮອງເອົາຮ່າງມະຕິ, ພ້ອມທັງ ຮຽກຮ້ອງທ່ານປະທານາທິບໍດີ ອາເມລິກາ Donald Trump ປີ້ນຄືນເນື້ອໃນຂໍ້ຕົກລົງທີ່ຮັບຮອງເອົາ Jerusalem ເປັນນະຄອນຫລວງ ອິດສະລາແອັນ.