ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຮຽກຮ້ອງສະໜັບສະໜູນການຮ້ອງຟ້ອງບັນດາບໍລິສັດເຄມີອາເມລິກາ
ທ່ານນາງ ເຈີ່ນໂຕ໋ງາ
(ພາບ: vietnamnet.vn)
|
(vovworld) - ວັນທີ 16/4 ຈະມາເຖິງ, ສານນະຄອນ Evry ຂຶ້ນກັບນະຄອນຫຼວງ ປາຣີ, ປະເທດຝຣັ່ງ ຈະພິພາກສາກໍລະນີຂອງທ່ານນາງ ເຈີ່ນໂຕ໋ງາ (ເຊິ່ງແມ່ນຊາວ ຝຣັ່ງ ເຊື້ອຊາດ ຫວຽດນາມ), ແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊີນ, ທີ່ໄດ້ຮ້ອງຟ້ອງບັນດາບໍລິສັດເຄມີ ອາເມລິກາ ໄດ້ເຂົ້າຮ່ວມການຜະລິດ, ສະໜອງທາດເຄມີໃຫ້ແກ່ກອງທັບ ອາເມລິກາ ທີ່ນຳໃຊ້ໃນປາງສົງຄາມຢູ່ ຫວຽດນາມ. ນີ້ແມ່ນແຫຼ່ງຂ່າວທີ່ໄດ້ຍົກອອກມາທີ່ການປະຊຸມຂ່າວກ່ຽວກັບກໍລະນີຮ້ອງຟ້ອງທ່ານນາງ ເຈີ່ນໂຕ໋ງາ ໂດຍສະມາຄົມຜູ້ປະສົມເຄາະຮ້າຍຈາກທາດພິດສີສົ້ນ/ ດີໂອຊີນ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 10/4 ຢູ່ຮ່າໂນ້ຍ. ຜູ້ຕາງໜ້າສະມາຄົມຜູ້ປະສົມເຄາະຮ້າຍຈາກທາດພິດສີສົ້ນ/ ດີໂອຊີນ ຫວຽດນາມ ໃຫ້ຮູ້ວ່າ: ທ່ານນາງ ເຈີ່ນໂຕ໋ງາ ແມ່ນນັກຂ່າວສະໜາມຮົບຂອງສຳນັກຂ່າວສານ ຢ໋າຍຟ໋ອງ (ປະຈຸບັນແມ່ນສຳນັກຂ່າວສານ ຫວຽດນາມ) ເມື່ອສົງຄາມຕ້ານສັກກະພັດອາເມລິກາ ຢູ່ ຫວຽດນາມ ກ້າວເຂົ້າສູ່ໄລຍະດູເດືອດທີ່ສຸດ. ທ່ານນາງ ເຈີ່ນໂຕ໋ງາ ເກີດລູກໄດ້ 3 ຄົນ, ທັງ 3 ຄົນລ້ວນແຕ່ຖືກຕິດພະຍາດ ແລະ ລູກກົກຖືກເສຍຊີວິດຍ້ອນພະຍາດໂລກຫົວໃຈມາແຕ່ເກີດ. ເພື່ອທວງເອົາຄວາມຍຸຕິທຳໃຫ້ແກ່ຄອບຄົວຂອງຕົນ ແລະ ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ, ທ່ານນາງ ເຈີ່ນໂຕ໋ງາ ໄດ້ຮ້ອງຟ້ອງບັນດາບໍລິສັດເຄມີ ອາເມລິກາ ແລະ ທ່ານນາງໄດ້ເປັນຕົວພະຍານຕໍ່ສານມະໂນທຳສາກົນ, ດ້ວຍຖານະເປັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ໃນສົງຄາມຢູ່ ຫວຽດນາມ. ທ່ານນາງ ເຈີ່ນທິໂຕ໋ງາ, ໄດ້ຮ້ອງຟ້ອງເຫດການດັ່ງກ່າວຢູ່ສານນະຄອນ Evry ຂຶ້ນກັບນະຄອນຫຼວງ ປາຣີ, ປະເທດຝຣັ່ງ ໃນວັນທີ 11/6/2014. ສານດັ່ງກ່າວປະກາດຈະດຳເນີນການໂຕ້ຄວາມໃນວັນທີ 16/4 ຈະມາເຖິງ. ພົນໂທ ຫງວຽນວັນຣີງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກ ຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ, ໃຫ້ຮູ້ວ່າ:
“ຖ້າຫາກສານແຫ່ງນີ້ຮຽກຮ້ອງຜູ້ປະສົມເຄາະຮ້າຍຈາກທາດພິດສີສົ້ນ/ ດີໂອຊີນ ເປັນຕົວພະຍານ, ພວກຂ້າພະເຈົ້າຈະເຫັນດີ. ຖ້າຫາກສານໄດ້ຕັດສິນລົງໂທດ, ບັນດາບໍລິສັດຜະລິດເຄມີຂອງ ອາເມລິກາ ຈະຕ້ອງຮັບພິດຊອບຕໍ່ກົດໝາຍ. ຂ້າພະເຈົ້າເຊື່ອໝັ້ນວ່າ: ຄວາມຍຸຕິທຳຈະໄດ້ຮັບໄຊຊະນະ. ຫວັງວ່າວາລະສານນີ້ຈະຍາດໄດ້ໄຊຊະນະ, ເຖິງວ່າຈະຢູ່ໃນສານ ຫຼືວ່າແມ່ນການປຶກສາຫາລືຢູ່ນອກສານກໍ່ຕາມ ກໍ່ເປັນປະຖົມປັດໄຈເພື່ອໃຫ້ພວກເຮົາດຳເນີນການຮ້ອງຟ້ອງອື່ນອີກ.”