ຄະນະຜູ້ແທນຂັ້ນສູງສູນກາງສະມາຄົມພຸດທະສາດສາໜາຫວຽດນາມເຮັດວຽກກັບ ຄະນະຜູ້ແທນອົງການພຸດທະສາດສາໜາສຳພັນລາວ |
(vovworld)- ວັນທີ 21/12, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນຂັ້ນສູງສູນກາງສະມາຄົມພຸດທະສາດສາໜາຫວຽດນາມໂດຍອາຈານພະມະຫາ ທິກຖ້ຽນເຍິນ, ປະທານສະພາບໍລິຫານງານ ສະມາຄົມພຸດທະສາດສາໜາຫວຽດນາມເປັນຫົວໜ້າຄະນະ ໄດ້ເຮັດວຽກກັບ ຄະນະຜູ້ແທນອົງການພຸດທະສາດສາໜາສຳພັນລາວໂດຍອາຈານພະມະຫາ ເງິນ ດຳລົງບຸນ, ປະທານ ອົງການພຸດທະສາດສາໜາສຳພັນລາວເປັນຫົວໜ້າຄະນະ. 2 ຝ່ານໄດ້ເຫັນດີນຳກັນວ່າ ໃນໄລຍະທີ່ຈະມາເຖິງ, ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ສາມັກຄີ, ປະກອບກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນການພົວພັນແບບພິເສດລະຫວ່າງ 2 ປະເທດຫວຽດນາມ-ລາວ. ເນື່ອງໃນໂອກາດນີ້, ອາຈານພະມະຫາ ທິກຖ້ຽນເຍິນໄດ້ມອບເງິນ 100.000 USD ໃຫ້ແກ່ອາຈານພະມະຫາ ເງິນ ດຳລົງບຸນ ຊຶ່ງແມ່ນຂອງຂວັນຂອງສະມາຄົມພຸດທະສາດສາໜາຫວຽດນາມສະຫງວນໃຫ້ແກ່ອົງການພຸດທະສາດສາໜາສຳພັນລາວ.
ກ່ອນໜ້ານັ້ນ, ຄືຕອນບ່າຍວັນທີ 20/12, ຢູ່ນະຄອນຫຼວງວຽງຈັນ, ແນວລາວສ້າງຊາດ, ພຸດທະສາສະໜາສຳພັນ ລາວໄດ້ຈັດພິທີຖວາຍພະເພິງສົບ ພະອາຈານໃຫຍ່ ດຣ. ມະຫາຜ່ອງ ສະມາເລີກ ອະດີດ, ປະທານສູນກາງພະພຸດທະສາສະໜາສຳພັນລາວ, ທີ່ໄດ້ລະສັງຂານ ໃນວັນທີ 7 ຕຸລາ 2015 ລວມອາຍຸໄດ້ 101 ປີ. ເຂົ້າຮ່ວມພິທີມີການນຳຂັ້ນສູງລາວ, ຜູ້ຕາງໜ້າສະມາຄົມພຸດທະສາສະໜາຫວຽດນາມ, ກຳປູເຈຍ, ໄທ, ຈີນ. ຄະນະພຸດທະສາສະໜາຫວຽດນາມ, ໂດຍພະອາຈານໃຫຍ່ ທິກທ້ຽນເຍິນ, ປະທານສະພາບໍລິຫານສູນກາງສະມາຄົມພຸດທະສາສະໜາຫວຽດນາມເປັນຫົວໜ້າຄະນະທີ່ເຂົ້າຮ່ວມ ຈັດພິທີຖວາຍພະເພິງສົບ ພະອາຈານໃຫຍ່ ດຣ. ມະຫາຜ່ອງ ສະມາເລີກ ອະດີດ, ປະທານສູນກາງພະພຸດທະສາສະໜາສຳພັນລາວ. ອ່ານສະດຸດີທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ລາວ ຄຳພັນ ວິພາວັນ, ຢືນຢັນວ່າ, ໃນຕະຫຼອດ 88 ປີແຫ່ງການເຄື່ອນໄຫວ, ພະອາຈານໃຫຍ່ ດຣ. ມະຫາຜ່ອງ ສະມາເລີກ ຍາມໃດກໍ່ນຳໜ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍບັນດາຮີດຄອງປະເພນີທີ່ເປັນມູນເຊື້ອອັນດີງາມຂອງປະເທດຊາດ ກໍ່ຄືຂອງພຸດສະສາສະໜາລາວໄວ້.