ກຳປັ່ນຫາປາຢູ່ທະເລ
ພາບ:dangcongsan.vn
|
(vovworld) - ຕໍ່ຫນ້າເລື່ອງ ຝ່າຍຈີນ ປະກາດໃຊ້ຄຳສັ່ງຫ້າມຫາປາຢູ່ເຂດທະເລຕາເວັນອອກ ແຕ່ວັນທີ 16/5 - 1/8/2012, ໃນນັ້ນ ມີບັນດາເຂດທະເລໝູ່ເກາະຂຶ້ນກັບອະທິປະໄຕຂອງ ຫວຽດນາມ, ສະມາຄົມອາຊີບປະມົງ ຫວຽດນາມ ໄດ້ອອກຖະແຫລງການຢັ້ງຢືນວ່າ: ການກະທຳດັ່ງກ່າວຂອງຝ່າຍຈີນ ໄດ້ກໍ່ຜົນສະທ້ອນອັນໃຫຍ່ຫລວງເຖິງການເຄື່ອນໄຫວຜະລິດ, ຫາປາ ແລະ ຊີວິດການເປັນຢູ່ຂອງຊາວປະມົງຫວຽດນາມ, ລະເມີດສິດອະທິປະໄຕທະເລໝູ່ເກາະ ຂອງຫວຽດນາມ. ສະມາຄົມອາຊີບປະມົງ ຫວຽດນາມ ຄັດຄ້ານການກະທຳຜິດພາດດັ່ງກ່າວຂອງຝ່າຍຈີນ ພ້ອມທັງຢືນຢັນວ່າ ສະມາຄົມຈະສົມທົບຢ່າງແຫນ້ນແຟ້ນກັບບັນດາອົງການກ່ຽວຂ້ອງ, ສະມາຄົມອາຊີບຫາປາທຸກຂັ້ນ ເພື່ອໂຄສະນາ, ຂົນຂວາຍ, ແນະນຳໃຫ້ຊາວປະມົງມີຄວາມອຸ່ນອ່ຽນໃຈໃນການຜະລິດ, ຢືນຢັນອະທິປະໄຕ ແລະ ປະກອບສ່ວນປົກປັກຮັກສາຄວາມໝັ້ນຄົງຢູ່ເຂດທະເລໝູ່ເກາະຂອງປະເທດຊາດ.