ສະມາຄົມເຊັກໂກ-ຫວຽດນາກ່າວປະນາມຕໍ່ການເສກສັນປັ້ນແຕ່ງກ່ຽວກັບຫວຽດນາມ
(ພາບປະກອບ: vietnamplus.vn)
(vovworld) - ວັນທີ 04/12, ທ່ານ Marcel Winter, ປະທານສະມາຄົມເຊັກໂກ - ຫວຽດນາມ ໄດ້ກ່າວປະນາມຕໍ່ການເສກສັນປັ້ນແຕ່ງຂອງເຈົ້າໜ້າທີ່ສ.ເຊັກໂກ ທີ່ກ່ຽວຂ້ອງເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ. ໃນເວັບໄຊຂອງສະມາຄົມເຊັກໂກ-ຫວຽດນາມ ແລະ ໃນຈົດໝາຍຝາກເຖິງໜັງສືພິມຕ່າງໆຢູ່ເຊັກໂກ, ທ່ານ Marcel Winter ໄດ້ປະຕິເສດທັດສະນະຜິດພາດຂອງທ່ານ Josef Stredula, ປະທານສະຫະພັນກຳມະບານເຊັກໂກ ແລະ ມາຣາວາ (CMKOS), ເມື່ອກ່າວຄຳເຫັນທາງໂທລະພາບ CT24 ຂອງປະເທດນີ້ໄດ້ເວົ້າວ່າ, ຊາວຫວຽດນາມ ໄປເຊັກໂກ ແລະ ຄົນງານຫວຽດນາມ ໄປເຮັດວຽກຢູ່ເຊັກໂກ ໃນໄລຍະ 2007 – 2009 “ມີສ່ວນກ່ຽວຂ້ອງເຖິງການເຄື່ອນໄຫວລະເມີດກົດໝາຍ”. ທ່ານ Marcel Winter ຢືນຢັນວ່າ, ຄຳເຫັນຂອງທ່ານປະທານ CMKOS ແມ່ນຄຳຕູ່ຫາ ແລະ ການເສກສັນປັ້ນແຕ່ງດັ່ງກ່າວໄດ້ລະເມີດເຖິງກຽດສັກສີຂອງຊາວຫວຽດນາມກວ່າ 15.000 ຄົນ ທີ່ພວມເຮັດວຽກຢ່າງຖືກຕ້ອງຕາມກົດໝາຍຢູ່ສ.ເຊັກໂກ ໃນໄລຍະ 2007 – 2009. ທ່ານ Marcel Winter ຖືວ່າ, ປະທານ CMKOS ຕ້ອງຂໍໂທດຊາວຫວຽດນາມ ກໍຄືຂໍໂທດລັດຖະບານຫວຽດນາມ ກ່ຽວກັບບັນດາຄຳເຫັນທີ່ມີລັກສະນະເສກສັນປັນແຕ່ງດັ່ງກ່າວ.