ສະມາຊິກລັດຖະສະພາກຳປູເຈຍຖືກກ່າວຫາເສກສັນປັ້ນແຕ່ງສົນທິສັນຍາຊາຍແດນກັບຫວຽດາມ

ສະມາຊິກລັດຖະສະພາກຳປູເຈຍຖືກກ່າວຫາເສກສັນປັ້ນແຕ່ງສົນທິສັນຍາຊາຍແດນກັບຫວຽດາມ - ảnh 1
ສານ​ນະຄອນ​ພະນົມ​ເປັນ ​ຂອງກຳປູ​ເຈຍ​ໄດ້​
ກ່າວ​ຜູກ​ໂທດ ສະມາຊິກ​ສະພາ​ສູງ Hong Sok Hour
(ພາບ: EPA)

(vovworld) - ວັນ​ທີ 16/8, ສານ​ນະຄອນ​ພະນົມ​ເປັນ ​ຂອງກຳປູ​ເຈຍ​ໄດ້​ກ່າວ​ຜູກ​ໂທດ ສະມາຊິກ​ສະພາ​ສູງ Hong Sok Hour ຂອງ​ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ ດ້ວຍ 3 ​ໂທດ, ພ້ອມ​ທັງ​ອອກຄຳ​ສັ່ງ​ກັກ​ຂັງ​ຊົ່ວ​ຄາວ​ເພື່ອ​ລໍຖ້າ​ການ​ພິພາກສາ. ຄຳ​ຖະ​ແຫຼ​ງຂອງ​ໄອ​ຍະ​ການ Yet Chakriya ຊີ້​ແຈ້ງວ່າ, ສານ​ນະຄອນ​ພະນົມ​ເປັນ ຕັດສິນ​ຜູກ​ໂທດ Hong Sok Hour ດ້ວຍ​ໂທດ: ​ເຮັດ​ເອກະສານ​ປອມ, ນຳ​ໃຊ້​ເອກະສານ​ປອມ ​ແລະ ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢ່າງ​ຮ້າຍ​ແຮງ​ເຖິງຄວາມ​ສະຫງົບ​ໃນ​ສັງຄົມ. ສະມາຊິກ​ສະພາ​ສູງ Hong Sok Hour ຖືກ​ຈັບ​ຕົວ​ໃນ​ຕອນ​ເຊົ້າ​ວັນ​ທີ 15/8 ຢູ່​ນະຄອນຫຼວງ​ພະນົມ​ເປັນ, ພາຍຫຼັງ​ລົງ​ເອກະສານ​ເສກ​ສັນ​ປັ້ນ​ແຕ່ງ​ສົນທິສັນຍາຊາຍ​ແດນ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ ​ໃນ​ເຄືອ​ຂ່າຍ​ສັງຄົມ Facebook ວັນ​ທີ 12/8. ລັດຖະບານ​ກຳປູ​ເຈຍ ​ໄດ້​ອອກ​ແຈ້ງ​ຂ່າວ​ໜັງສືພິມ​ປະຕິ​ເສດ​ເນື້ອ​ໃນ​​ເສກ​ສັນ​ປັ້ນ​ແຕ່ງ​ຂອງ Hong Sok Hour, ພ້ອມ​ທັງ​ຢືນຢັນ ຈະ​ນຳ​ໃຊ້​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ຢ່າງ​ຖືກຕ້ອງ ​ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາທາລະນະ ​ແລະ ຮັກສາ​ກົດໝາຍ​ຢູ່ກຳ​ປູ​ເຈຍ ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ