ສະມາຊິກສະພາແຫ່ງຊາດຍິງຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ
(ພາບປະກອບ)
(vovworld) – ທີ່ການເຮັດວຽກລະຫວ່າງຄະນະສະມາຊິກສະພາແຫ່ງຊາດຍິງຫວຽດນາມ ແລະ ຄະນະສະມາຊິກສະພາແຫ່ງຊາດຍິງລາວ ໃນຕອນບ່າຍວັນທີ 29/09, 2 ຝ່າຍໄດ້ແລກປ່ຽນກ່ຽວກັບການເສີມຂະຫຍາຍບົດບາດນິຕິບັນຍັດ, ຕິດຕາມກວດກາການປະຕິບັດກົດໝາຍກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງເພດ, ສິດຂອງແມ່ຍິງ, ບົດຮຽນໃນການສ້າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ, ສິ່ງທ້າທາຍຂອງການປະສົມປະສານບັນຫາເພດໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ບົດຮຽນກ່ຽວກັບການສ້າງກອບກົດໝາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ… ກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ກຸ່ມສະມາຊິກສະພາແຫ່ງຊາດຍິງ 2 ປະເທດ ໃນໄລຍະຈະມາເຖິງ, 2 ຝ່າຍຖືວ່າ ຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ແບງປັນບົດຮຽນໃນວຽກງານ, ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນລະຫວ່າງ 2 ກຸ່ມສະມາຊິກສະພາແຫ່ງຊາດຍິງ. ບັນດາຝ່າຍຈະພັດປ່ຽນກັນຈັດກອງປະຊຸມສຳມະນາເພື່ອແກ້ໄຂບັນດາບັນຫາໃນການໃຊ້ຄວາມຮຸນແຮງສຳລັບເດັກ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ວຽກງານນິຕິບັນຍັດ, ຕິດຕາມກວດກາ ກໍ່ຄືຍົກສູງຄວາມສະມາດໄຈ້ແຍກບັນຫາເພດ… 2 ຝ່າຍຢືນຢັນສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີປາໄສສາກົນ ແລະ ພາກພື້ນ.