(vovworld) - ວັນທີ 31/3, ທີ່ວາລະປຶກສາຫາລື “ສິດພື້ນຖານກ່ຽວກັບການຊົມໃຊ້ບໍລິການການແພດ: ບົດບາດຂອງສະພາແຫ່ງຊາດໃນການແກ້ໄຂບັນດາການທ້າທາຍສຳຄັນເພື່ອແນໃສ່ຮັບປະກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ”, ບັນດາສະມາຊິກສະພາແຫ່ງຊາດໄດ້ເລັ່ງໃສ່ ບັນດາການທ້າທາຍ ແລະ ຍົກອອກມາບັນດາຕົວຢ່າງລະອຽດຈາກພຶດຕິກຳຕົວຈິງໃນທົ່ວໂລກກ່ຽວກັບບັນຫາສະໜອງບໍລິຫານສາທາລະນະສຸກ, ເພື່ອແນໃສ່ຮັບປະກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຂໍ້ສະເໜີແນະຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍໃນໄລຍະຫຼັງປີ 2015.
ທີ່ເວທີປາໄສຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ແນະນຳບັນດາຜົນງານໃນການປະຕິບັດບັນດາເປົ້າໝາຍສະຫັດສະວັດຂອງ ສປຊ ໃນຂົງເຂດສົ່ງເສີມສຸຂະພາບຂອງແມ່ຍິງ, ເດັກນ້ອຍ… ເມື່ອເວົ້າເຖິງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັກສາເບິ່ງແຍງສຸຂະພາບ ແມ່ ແລະ ເດັກ, ທ່ານນາງ ເຈືອງທິໄມ, ຫົວໜ້າກຳມາທິການກ່ຽວກັບບັນດາບັນຫາສັງຄົມຂອງ ສະພາແຫ່ງຊາດ, ໃຫ້ຮູ້ວ່າ:
“ສຳລັບ ຫວຽດນາມ ແລ້ວ, ຕີລາຄາຄືນເປົ້າໝາຍສະຫັດສະວັດກ່ຽວກັບຂົງເຂດນີ້ພວກເຮົາໄດ້ປະຕິບັດສຳເລັດ ແລະ ໃນພາກພື້ນ, ຫວຽດນາມ ກໍ່ແມ່ນໜຶ່ງໃນບາງປະເທດນຳໜ້າໃນເປົ້າໝາຍສະຫັດສະວັດກ່ຽວກັບການຮັກສາເບິ່ງແຍງສຸຂະພາບຂອງແມ່ ແລະ ເດັກ. ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ຄາດໝາຍຢ່າງໝັ້ນຄົງຫຼັງປີ 2015 ສຳລັບວຽກງານນີ້ ຫວຽດນາມ ຕ້ອງມານະພະຍາຍາມຫຼາຍກ່ວາອີກ, ພິເສດສຳລັບແມ່ຍິງ ແລະ ເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນນະບົດ, ເຂດຊົນເຜົ່າສ່ວນໜ້ອຍ.
ທ່ານນາງ Hon. Rosaline J. Smith, ສະມາຊິກສະພາແຫ່ງຊາດ Sierra Leone ຕີລາຄາວ່າ:
“ຫວຽດນາມ ປະຕິບັດວຽກງານຄວາມສະເໝີພາບລະຫວ່າງ ຍິງ -ຊາຍເປັນຢ່າງດີ. ຂ້າພະເຈົ້າເຫັນວ່າ, ປະຈຸບັນ ມີແມ່ຍິງ ຫວຽດນາມ ຫຼາຍຄົນພວມດຳລົງບັນດາຕຳແໜ່ງສູງໃນສະພາແຫ່ງຊາດ. ຂ້າພະເຈົ້າຖືວ່າ ຫວຽດນາມ ພວມກ້າວເດີນຢ່າງຖືກທິດ ແລະ ປະຕິບັດສຳເລັດບັນດາເປົ້າໝາຍພັດທະນາສະຫັດສະວັດໂດຍໄວ.”
ສ່ວນທ່ານນາງ Ellen Prins, ສະມາຊິກສະພາແຫ່ງຊາດ ອາບຟຣີກາໃຕ້ ຖືວ່າ:
“ຢູ່ ອາບຟຣີກາ ໃຕ້, ພວກຂ້າພະເຈົ້າປະຕິບັດຫຼາຍນະໂຍບາຍຮັກສາເບິ່ງແຍງສຸຂະພາບຂອງແມ່ຍິງ, ເດັກນ້ອຍ, ພິເສດແມ່ນບັນດາຜູ້ຕິດ HIV/AIDS. ພວກຂ້າພະເຈົ້າກໍ່ເອົາໃຈໃສ່ເຖິງເລື່ອງປ້ອງກັນ, ສະກັດກັ້ນການຕິດເຊື້ອ HIV ດ້ວຍບັນດາມາດຕະການລະອຽດ. ເຖິງຢ່າງໃດກໍ່ຕາມ, ເມື່ອມານີ້, ຜ່ານບັນດາເວທີປາໄສ ແລະ ກອງປະຊຸມຄືແນວນີ້, ຂ້າພະເຈົ້າຄິດວ່າ ອາບຟຣີກາໃຕ້ ອາດຈະຖອດຖອນໄດ້ຫຼາຍບົດຮຽນຈາກຄວາມກ້າວໜ້າ ແລະຜົນງານຂອງ ຫວຽດນາມ.”