ສະມາຊິກສະພາແຫ່ງຊາດລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖິ່ນ

 ສະມາຊິກສະພາແຫ່ງຊາດລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖິ່ນ - ảnh 1
ທ່ານ ດີງ​ເທ​ຮີ​ງຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ
photo:internet

 (vovworld)- ​​​​ ວັນ​ທີ 3/12, ທ່ານ ດີງ​ເທ​ຮີ​ງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ພ້ອມ​ດ້ວຍ​ຄະນະ​ ສສຊ ​ແຂວງ ຮ່ວາ​ບີ​ງ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເມືອງ ດາ​ບັກ ​ແລະ ກີ​ເຊີນ ​ແຂວງ ຮວ່າ​ບີ​ງ, ກ່າວ​ຄຳ​ເຫັນ​ນະ​ການ​ພົບ​ປະ, ທ່ານ ດີງ​ເທ​ຮີ​ງ ​ເນັ້ນ​ຫນັກ​ວ່າ: ລັດຖະທຳ​ມະນູນ​ຂອງ​ປະ​ເທດ ສສ ຫວຽດນາມ ສະບັບ​ປັບປຸງ​ຄັ້ງນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ຂອງ​ພັກ, ຈິດ​ໃຈ​ຂອງ​ປະຊາຊົນ, ຢືນຢັນ​ບົດບາດນຳ​ພາ​ຂອງ​ລັດ ​ແລະ ສັງຄົມ​ຂອງພັກ​ກອມ​ມູນິດ​ຫວຽດນາມ. ລັດຖະທຳ​ມະນູນ ​ເຊີດ​ຊູ​ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ໃນ​ການ​ສ້າງກົງຈັກ​ລັດ​ໃຫ້​ສົມບູນ​ແບບ. ທ່ານ​ດີງ​ເທ​ຮີ​ງ ສະ​ຫນີ​ໃຫ້​ຄະນະ​ພັກ​ທຸກ​ຂັ້ນ, ອຳນາດ​ການ​ປົກຄອງ​ຈາກ​ແຂວງ​ຕະຫລອດ​ຮອດ​ຂັ້ນ​ຮາກ​ຖານ ຈັດ​ຕັ້ງ​ການ​ໂຄສະນາ, ​ເຜີຍ​ແຜ່​ເນື້ອ​ໃນ​ຂອງ​ລັດຖະທຳ​ມະນູນ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ເພື່ອ​ຮັບປະກັນລັດຖະທຳ​ມະນູນ​ໄດ້​ຮັບຄວາມ​ເຄົາລົບ ​ແລະ ປະ​ຕິບັດ​ຢ່າງ​ເຂັ້ມ​ງວດ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ.

 

ຂ່າວ/ບົດ​ອື່ນ