(vovworld) - ວັນທີ 25/8, ເມື່ອໃຫ້ຄຳເຫັນໃສ່ຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ) ທີ່ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ, ບັນດາສະມາຊິກສະພາແຫ່ງຊາດສຸມໃສ່ປຶກສາຫາລື 2 ບັນຫາ, ນັ້ນແມ່ນຄວນປະຮູບການລົງໂທດປະຫານຊີວິດສຳລັບໂທດໃດ ແລະ ມີຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບດ້ານອາຍາຂອງບັນດານິຕິບຸກຄົນຫຼືບໍ່. ບັນດາຄວາມເຫັນສ່ວນຫຼາຍໄດ້ເຫັນດີກັບຂໍ້ກຳນົດທີ່ວ່າ ນິຕິບຸຄົນກໍ່ຕ້ອງຮັບຜິດຊອບດ້ານອາຍາ, ເພາະວ່າປະຈຸບັນ, ການລະເມີດກົດໝາຍຂອງນິຕິບຸກຄົນນັບມື້ນັບເພີ່ມຂຶ້ນ ແລະ ຮ້າຍແຮງກວ່າ. ຖ້າພຽງແຕ່ລົງໂທດດ້ານບໍລິຫານເທົ່ານັ້ນ ຈະບໍ່ເໝາະສົມກັບລັກສະນະ, ລະດັບການລະເມີດ ແລະ ບໍ່ສາມາດຂົ່ມຂູ່ໄດ້. ຜ່ານການປຶກສາຫາລື, ຍັງມີຄວາມເຫັນແຕກຕ່າງກັນ ທີ່ກ່ຽວຂ້ອງເຖິງຂໍ້ສະເໜີຍົກເລີກຮູບການລົງໂທດປະຫານຊີວິດສຳລັບ 7 ໂທດກຳ.
ກ່ອນໜ້ານັ້ນ, ໃນວາລະປຶກສາຫາລືຕອນເຊົ້າວັນທີ 25/8, ບັນດາສະມາຊິກສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບຮ່າງປະມວນກົດໝາຍວ່າດ້ວຍດຳເນີນຄະດີແພ່ງ (ສະບັບປັບປຸງ), ບັນດາສະມາຊິກສະພາແຫ່ງຊາດ ຍັງມີທັດສະນະແຕກຕ່າງກັນກ່ຽວກັບເລື່ອງສານມີສິດປະຕິເສດຄຳຮຽກຮ້ອງແກ້ໄຂຄະດີແພ່ງ.