(vovworld) – ບົດລາຍງານ “ດັດຊະນີຄວາມເສລີດ້ານເສດຖະກິດ 2016” ໂດຍກອງທຶນມໍລະດົກ Heritage Foundation ຫາກໍປະກາດໄດ້ຊີ້ໃຫ້ເຫັນວ່າ ສະວິດ ແມ່ນປະເທດມີຄວາມເສລີທີ່ສຸດກ່ຽວກັບດ້ານເສດຖະກິດຢູ່ເອີລົບ. ຕາມ Heritage Foundation ແລ້ວ, ດັດຊະນີກ່ຽວກັບຄວາມເສລີດ້ານເສດຖະກິດຂອງສະວິດ ໄດ້ເພີ່ມ 0,5 ຄະແນນ ຂຶ້ນ 81 ຄະແນນ ແລະ ຢືນອັບດັບທີ 4 ໃນຕາຕະລາງຈັດອັນດັບທົ່ວໂລກ, ພຽງທັດຈາກເຂດເສດຖະກິດບໍລິຫານພິເສດຮົ່ງກົງ (ປະເທດຈີນ), ສິງກະໂປ ແລະ ນິວຊີແລນ. ຜົນສຳເລັດເປັນໜ້າສົນໃຈຂອງສະວິດ ນັ້ນແມ່ນຫຼັກການດ້ານກົດໝາຍ, ເປີດປະຕູຕະຫຼາດ ແລະ ການຄຸ້ມຄອງຢ່າງມີປະສິດທິຜົນ. ກໍຕາມບົດລາຍງານດັ່ງກ່າວ, ດັດຊະນີຄວາມເສລີດ້ານເສດຖະກິດປີ 2016 ຂອງຫວຽດນາມ ເພີ່ມ 2,3 ຄະແນນ ຂຶ້ນ 54 ຄະແນນ, ຢືນອັນດັບທີ 131 ໃນໂລກ ແລະ ຢືນອັນດັບທີ 27 ຢູ່ພາກພື້ນອາຊີ - ປາຊີຟິກ. ຫວຽດນາມ ໄດ້ຮັບຕີລາຄາວ່າ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດການຕະຫຼາດ ຕາມທິດເປີດເຜີຍກວ່າ ແລະ ເລີ່ມມີບັນດາຜົນປະໂຫຍດຈາກການເຊື່ອມໂຍງຢ່າງໝັ້ນຄົງ ແລະ ຄ່ອຍໆເຊື່ອມໂຍງເຂົ້າກັບລະບົບການຄ້າທົ່ວໂລກ.