ສະຫຼຸບງານວາງສະແດງແຜນທີ່ແລະວາງສະແດງເອກະສານກ່ຽວກັບຮ່ວາງຊາແລະເຈື່ອງຊາ
(ພາບປະກອບ)
(vovworld) - ໄລຍະ 2013-2015, ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ຈັດຕັ້ງງານວາງສະແດງແຜນທີ່ ແລະ ເອກະສານ “ຮ່ວາງຊາແລະເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ” 41 ຄັ້ງສຳເລັດຜົນ. ຜ່ານນັ້ນ, ປະກອບສ່ວນຢືນຢັນອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ; ສຶກສາມູນເຊື້ອຮັກຊາດ: ນຳ້ໃຈສາມັກຄີຊົນຊາດໃຫ້ຊາວຫວຽດນາມ ລຸ້ນຕ່າງໆ; ຍົກສູງຄວາມຮັບຮູ້ຂອງຂະແໜງການ, ປະຊາຊົນທຸກຊັ້ນວັນນະໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທີ່ພິທີສະຫຼຸບເຊິ່ງດຳເນີນໃນຕອນເຊົ້າວັນທີ 30/10, ຢູ່ຮ່າໂນ້ຍ. ທ່ານ ດ່ວານກົງຮວີນ, ຫົວໜ້າກົມຖະແຫຼງຂ່າວຂັ້ນຮາກຖານ, ຮອງຫົວໜ້າຄະນະຈັດຕັ້ງງານວາງສະແດງ, ໃຫ້ຮູ້ວ່າ:
“ຕາມແຜນການເຊິ່ງນາຍົກລັດຖະມົນຕີໄດ້ເຊັນອະນຸມັດ, ພວກເຮົາຈະຈັດຕັ້ງງານວາງສະແດງຢູ່ທຸກແຂວງ, ນະຄອນໃນທົ່ວປະເທດ. ຫຼັງຈາກນັ້ນ, ເພື່ອຮັບໃຊ້ວຽກງານໂຄສະນາກັບຕ່າງປະເທດ, ພວກເຮົາຈະເປີດກວ້າງງານວາງສະແດງຢູ່ 4 ປະເທດ, ນັ້ນແມ່ນສະຫະພັນລັດເຊຍ, ສ ຝລັ່ງ, ສ ຊັກໂກ ແລະ ອາເມລິກາ. ພວກເຮົາຫວັງວ່າຊາວຫວຽດນາມ ອາໄສຢູ່ 4 ປະເທດດັ່ງກ່າວຈະມີການພົວພັນ, ມອບເອກະສານທີ່ກ່ຽວຂ້ອງເພື່ອໃຫ້ພວກເຮົາສາມາດຈັດງານວາງສະແດງໃນທົ່ວພາກພື້ນ“.