ສະຫຼຸບວຽກງານຂະແໜງແຮງງານ-ທະຫານເສຍອົງຄະແລະສັງຄົມໄລຍະ2011-2015
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
ກ່າວຄວາມເຫັນທີ່ກອງປະຊຸມ
(ພາບ: dantri.com.vn)
(vovworld) - ຕອນເຊົ້າວັນທີ 25/12, ຢູ່ຮ່າໂນ້ຍ, ກະຊວງແຮງງານ-ທະຫານເສຍອົງຄະແລະສັງຄົມຈັດຕັ້ງກອງປະຊຸມສະຫຼຸບວຽກງານຂອງຂະແໜງໄລຍະ 2011-2015 ແລະ ທິດທາງ, ໜ້າທີ່ ໄລຍະ 2016-2020 ໂດຍກົງຜ່ານເຄືອຂ່າຍອິນເຕີເນັດ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຍ້ອງຍໍບັນດາຜົນງານເຊິ່ງ ກະຊວງແຮງງານ-ທະຫານເສຍອົງຄະແລະສັງຄົມ ບັນລຸໄດ້ໃນອາຍຸການຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ບັນດາບັນຫາກ່ຽວຂ້ອງເຖິງສະມັດຕະພາບແຮງງານ, ສະພາບການວ່າງງານຂອງນັກສຶກສາ… ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບໜ້າທີ່ຂອງ ກະຊວງແຮງງານ-ທະຫານເສຍອົງຄະແລະສັງຄົມເທົ່ານັ້ນ ແລະ ບໍ່ສາມາດແກ້ໄຂໃນໄລຍະເວລາສັ້ນໆໄດ້. ຍ້ອນເຫດນັ້ນ, ທຸກຂັ້ນ, ທຸກຂະແໜງການ, ອຳນາດການປົກຄອງທ້ອງຖີ່ນ ຄວນສືບຕໍ່ມານະພະຍາຍາມເຮັດໜ້າທີ່ຂອງຕົນເປັນຢ່າງດີ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ປອດໄສ, ແລະຄຸນນະພາບການກໍ່ສ້າງວິຊາຊີບນັບມື້ນັບດີກວ່າ.
ຜ່ານການກວດກາການປະຕິບັດນະໂຍບາຍພິເສດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດກໍ່ເຫັນວ່າ ຍັງມີຫຼາຍຄົນບໍ່ທັນໄດ້ຊົມໄຊ້ບັນດານະໂຍບາຍພິເສດ. ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນ ຄວນສືບຕໍ່ມານະພະຍາຍາມເພື່ອແກ້ໄຂບັນຫານີ້ໂດຍໄວ. ກ່ຽວຂ້ອງເຖິງຂົງເຂດຫຼຸດຜ່ອນຄວາມທຸກຍາກ, ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ, ນີ້ແມ່ນຄວາມຮັບຜິດຊອບຂອງທົ່ວສັງຄົມ. ກະຊວງແຮງງານ-ທະຫານເສຍອົງຄະແລະສັງຄົມ ໄດ້ມີບາດກ້າວທີ່ຖືກຕ້ອງໃນການຫັນປ່ຽນວິທີວັດແທກຄວາມທຸກຍາກ; ມີທິດທາງ, ນະໂຍບາຍທີ່ດີ, ແຕ່ສິ່ງສຳຄັນແມ່ນຕ້ອງເອົາໃຈໃສ່ຊີ້ນຳການປະຕິບັດຄືແນວໃດ ເພື່ອໃຫ້ວຽກງານຫຼຸດຜ່ອນຄວາມທຸກຍາກມີປະສິດທິຜົນຢ່າງແທ້ຈິງ.