ສະຫລຸບລາຍການຂໍ້ລິເລີ່ມປ້ອງກັນຕ້ານການສໍ້ລາດບັງຫລວງຢູ່ຫວຽດນາມ
ກອງປະຊຸມສະຫລຸບລາຍການຂໍ້ລິເລີ່ມປ້ອງກັນ, ຕ້ານການສໍ້ລາດ
ບັງຫລວງຢູ່ຫວຽດນາມ
ພາບ:TTXVN
|
(vovworld)- ຕອນເຊົ້າວັນທີ 25/9 ຢູ່ຮ່າໂນ້ຍ, ອົງການກວດກາລັດຖະບານ ສົມທົບກັບທະນາຄານໂລກ ຢູ່ ຫວຽດນາມ ຈັດຕັ້ງກອງປະຊຸມສະຫລຸບລາຍການຂໍ້ລິເລີ່ມປ້ອງກັນ, ຕ້ານການສໍ້ລາດບັງຫລວງຢູ່ຫວຽດນາມ. ກອງປະຊຸມໄດ້ຕີລາຄາບັນດາໝາກຜົນບັນລຸໄດ້, ຖອດຖອນບົດຮຽນ ແລະ ການກະທົບຂອງລາຍການທີ່ມີຕໍ່ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ ພ້ອມທັງຕີລາຄາໂດຍສັງເຂບ, ການກະທົບຂອງລາຍການສຳລັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງຢູ່ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານນາງ ເລທິຖູຍ, ຮອງຫົວຫນ້າອົງການກວດກາລັດຖະບານ ໃຫ້ຮູ້ວ່າ:
“ບັນດາແຜນຮ່າງໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ ແລະ ໄດ້ຮັບການປະຕິບັດໃນຂອບເຂດກວ້າງຂວາງ ດ້ວຍຈຳນວນຜູ້ຊົມໃຊ້ ແລະ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ພິເສດ ມີຫລາຍແຜນຮ່າງ ໄດ້ສົ່ງຜົນກະທົບຢ່າງຈະແຈ້ງ, ສ້າງການປ່ຽນແປງຕັ້ງຫນ້າໃນຄວາມຮັບຮູ້ ແລະ ການກະທຳຂອງວົງຄະນາຍາດ ກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ.”