(vovworld) - ຕອນເຊົ້າວັນທີ 20/05, ຢູ່ຮ່າໂນ້ຍ, ອົງການກວດກາລັດຖະບານ ສົມທົບກັບທະນາຄານໂລກປະຈຳຫວຽດນາມ ໄດ້ຈັດກອງປະຊຸມສະຫລຸບໂຄງການຂໍ້ລິເລີ່ມປ້ອງກັນຕ້ານໄພສໍ້ລາດບັງຫຼວງຫວຽດນາມ ປີ 2011. ບົດລາຍງານສະຫລຸບຊີ້ໃຫ້ເຫັນວ່າ 34 ແຜນຮ່າງໄດ້ຮັບລາງວັນໃນໂຄງການຂໍ້ລິເລີ່ມປ້ອງກັນຕ້ານໄພສໍ້ລາດບັງຫຼວງຫວຽດນາມ ປີ 2011 ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າໃນຫຼາຍເຂດ, ພາກໃນທົ່ວປະເທດ. ມາຮອດປະຈຸບັນ, ບັນດາແຜນຮ່າງໄດ້ສ້າງສຳເລັດຖືກຕາມແຜນການທີ່ໄດ້ວາງອອກ, ຮັບປະກັນຄວາມຄືບໜ້າ ກໍຄືຕອບສະໜອງຄວາມຮຽກຮ້ອງຂອງໂຄງການ. ພິເສດ, ມີບາງແຜນຮ່າງໄດ້ມີຫົວຄິດປະດິດສ້າງຫຼາຍຢ່າງໃນການປະຕິບັດປະສົມຜົນສຳເລັດໃນການມອບໂອນ ແລະ ຮັກສາໄດ້ລັກສະນະໝັ້ນຄົງ. ທ່ານ ໂງແມ້ງຮູ່ງ, ຮອງຫົວໜ້າກົມຕ້ານການສໍ້ລາດບັງຫຼວງ - ອົງການກວດກາລັດຖະບານໃຫ້ຮູ້ວ່າ.
“ບົນພື້ນຖານໝາກຜົນຂອງບັນດາແຜນຮ່າງ, ພວກຂ້າພະເຈົ້າຈະສ້າງເປັນລະບົບ ແລະ ລາຍງານເພື່ອໃຫ້ນາຍົກລັດຖະມົນຕີອາດຈະຜັນຂະຫຍາຍບັນດາໝາກຜົນຂອງແຜນຮ່າງເປັນຕົ້ນແມ່ນບັນດາໝາກຜົນອັນຕັ້ງໜ້າ, ນັມທັງບັນດາບົດຮຽນກ່ຽວກັບຄວາມຈຳກັດເພື່ອແນະນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ແລະ ບັນດາອົງການທີ່ກ່ຽວຂ້ອງ”.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຊີ້ໃຫ້ເຫັນຄວາມຈຳກັດບາງຢ່າງໃນການຜັນຂະຫຍາຍຄື ບັນດາແຜນຮ່າງໄດ້ຂຶ້ນສ້າງແຕ່ບໍ່ທັນມີຈຸດສຸມ, ບໍ່ກຳນົດໄດ້ການເຄື່ອນໄຫວຫຼັກແຫຼ່ງເພື່ອບັນລຸໄດ້ຈຸດໝາຍຕາມການຄາດນະເນ. ຜູ້ຕາງໜ້າບັນດາອົງການ, ຫົວໜ່ວຍກໍ່ສະເໜີ, ຍົກອອກມາດຕະການຕ່າງໆເພື່ອແນໃສ່ທະວີຄຸນບັນດາຂໍ້ລິເລີ່ມໃນສະພາບຕົວຈິງ.