ສະຫລຸບ 10 ປີ ແຫ່ງການກໍ່ສ້າງ ລະບົບຄົມມະນາຄົມເຂດຊົນນະບົດ

ສະຫລຸບ 10 ປີ ແຫ່ງການກໍ່ສ້າງ     ລະບົບຄົມມະນາຄົມເຂດຊົນນະບົດ - ảnh 1
ປະຊາຊົນກໍ່ສ້າງເສັ້ນທາງໃນບ້ານ
ພາບປະກອບ:internet


(vovworld) -  ຕອນ​ເຊົ້າ​ວັນ​ທີ 21/4 ຢູ່ ນະຄອນ Phu Ly ​ແຂວງ Ha Nam, ກ່າ​ວຄຳ​ເຫັນ​ສະຫລຸບ 10 ປີ​ແຫ່ງ​ຂະ​ບວນການ​ພັດທະນາ​ລະບົບຄົມມະນາຄົມ​ເຂດ​ຊົນ​ນະ​ບົດ ​ໄລຍະ 2001 - 2010, ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ພັດທະນາ​ຄົມມະນາຄົມ​ຮອດ​ປີ 2020, ຕິດ​ພັນ​ກັບ​ໂຄງການ​ກໍ່ສ້າງ​ເຂດ​ຊົນນະບົດ​ໃຫມ່ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Xuan Phuc ​ໄດ້​ຍ້ອງຍໍ​ສັນລະ​ເສີນ ​ແລະ ຕີ​ລາຄາ​ສູ​ງຂະ​ບວນການ​ກໍ່ສ້າງ, ຂະຫຍາຍຕົວ​ລະບົບ​ຄົມ​ມະ​ນາ​ຄົມ​ເຂດຊົນນະບົດ​​ໃນທົ່ວ​ປະ​ເທດ​ໄລຍະ​ຜ່ານ​ມາ ກໍ​ຄື​ຊີ້​ໃຫ້​ເຫັນ​ຂໍ້ຄົງ​ຄ້າງ​ຈຳນວນ​ຫນຶ່ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ສະ​ເຫ​ນີວ່າ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງຕ້ອງ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ສຸ​ມ​ໃສ່​ພັດທະນາ​ຄົມມະນາຄົມ​ຢູ່​ເຂດ​ຊົນນະບົດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ​ເຂດ​ພູດ​ອຍ, ​ເຂດ​ແມ່​ນ້ຳ​ລຳ​​ເຊ ສ້າງ​ກົນ​ໄກ​ດຶງ​ດູດ​ແຫ​ລ່ງກຳລັງ​​ໃຫ້​ແກ່​ການ​ພັດທະນາ​ຄົມມະນາຄົມ​ຢູ່​ເຂດ​ຊົນນະບົດ.

ຂ່າວ/ບົດ​ອື່ນ