ສະຫລຸບ10ປີແຫ່ງວັນປະຕິບັດກົດໝາຍວ່າດ້ວຍປ້ອງກັນຕ້ານການສໍ້ລາດບັງຫລວງ
ສະຫລຸບ10ປີແຫ່ງວັນປະຕິບັດກົດໝາຍວ່າ
ດ້ວຍປ້ອງກັນຕ້ານການສໍ້ລາດບັງຫລວງ
(ພາບປະກອບ)
(vovworld) - ບົດລາຍງານທີ່ກອງປະຊຸມທົ່ວປະເທດສະຫລຸບ 10 ປີແຫ່ງວັນປະຕິບັດກົດໝາຍວ່າດ້ວຍປ້ອງກັນຕ້ານການສໍ້ລາດບັງຫລວງ ດຳເນີນໃນຕອນເຊົ້າວັນທີ 12/07 ຢູ່ຮ່າໂນ້ຍ ຊີ້ແຈ້ງວ່າ: ໄລຍະຜ່ານມາ, ບັນດາມາດຕະການສະກັດກັ້ນການສໍ້ລາດບັງຫລວງໄດ້ຮັບການຍູ້ແຮງ, ກວດກາ, ຕີລາຄາ, ດັດປັບເປັນປະຈຳໃຫ້ເໝາະສົມກ່ວາ. ຫລາຍຄະດີສໍ້ລາດບັງຫລວງຢ່າງຮ້າຍແຮງ, ສັບສົນຖືກພົບເຫນ, ສຳຫລວດກວດກາ, ແກ້ໄຂບັນດາຄະດີຢ່າງເຂັ້ມງວດ ໄດ້ມີຄຸນປະໂຫຍດໃນການນາບຂູ່, ສະກັດກັ້ນການກະທຳສໍ້ລາດບັງຫລວງ. ບັນດາບົດປະກອບຄວາມເຫນທີ່ກອງປະຊຸມຖືວ່າ: ເພື່ອໃຫ້ວຽກງານປ້ອງກັນ, ຕ້ານສໍ້ລາດບັງຫລວງໃນໄລຍະຈະມາເຖິງບັນລຸໄດ້ປະສິດທິຜົນ, ສະກັດກັ້ນ ແລະ ຍູ້ການສໍ້ລາດບັງຫລວງໃຫ້ຖອຍໄປ ເຊິ່ງຮຽກຮ້ອງຕ້ອງການມີຄວາມຕັດສິນໃຈດ້ານການເມືອງສູງ ແລະ ການເຂົ້າຮ່ວມຢ່າງຂ້ຽວຂາດຂອງທັງລະບົບການເມືອງ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຊີ້ແຈ້ງວ່າ:
“ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກສິ່ງທ້າທາຍຫລາຍຢ່າງ. ໃນນັ້ນມີການສໍ້ລາດບັງຫລວງ. ການສໍ້ລາດບັງຫລວງ ໄດ້ກໍ່ບັນດາຜົນຮ້າຍຢ້ອນຫລັງບໍ່ດີ ໃນຫລາຍດ້ານ ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ໃນພັກ ແລະ ລະບອບຫລຸດຜ່ອນລົງ. ກອງປະຊຸມສະຫລຸບ 10 ປີແຫ່ງວັນປະຕິບັດກົດໝາຍວ່າດ້ວຍປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຈະຍົກອອກບັນດາຂໍ້ສະເໜີສຳຄັນ ເພື່ອໃຫ້ລັດຖະບານສະເໜີຕໍ່ສະພາແຫ່ງຊາດປັບປຸງກົດໝາຍວ່າດ້ວຍປ້ອງກັນຕ້ານການສໍ້ລາດບັງຫລວງຢ່າງຮອບດ້ານມີປະສິດທິຜົນ ແລະ ແທດຈິງ, ນີ້ກໍ່ແມ່ນພື້ນຖານສຳຄັນເພື່ອໃຫ້ພັກ, ລັດ ຍົກອອກລັດຖະນະໂຍບາຍກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງໃນໄລຍະຈະມາເຖິງ. ”