ສະຫະປະຊາຊາດມອບບົດລາຍງານລະອຽດກ່ຽວກັບການເຈລະຈາວຽນເປີດກວ້າງໃຫ້ຊີຣີ

ສະຫະປະຊາຊາດມອບບົດລາຍງານລະອຽດກ່ຽວກັບການເຈລະຈາວຽນເປີດກວ້າງໃຫ້ຊີຣີ - ảnh 1

ກອງປະຊຸມສາກົນກ່ຽວກັບຊີຣີໃນວັນທີ 30/10
(ພາບ: AFP/TTXVN)

(vovworld) - ວັນ​ທີ 1/11, ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ທ່ານ Staffan de Mistura ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຊີຣີ Walid Muallem ຢູ່​ນະຄອນຫຼວງ Damascus, ​ໃນ​ນັ້ນ​ສອງ​ຝ່າຍ​​ໄດ້ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ເຈລະຈາ​ສາກົນ​ເປີດ​ກວ້າງ​ໃນ​ວັນ​ທີ 30/10 ຢູ່​ວຽນ (ອົດ​ຕະລິດ) ກ່ຽວ​ກັບ​ບັນຫາ​ວິ​ກິດ​ການ​ຊີຣີ. ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ Staffan de Mistura ​​ໄດ້​ມອບບົດ​ລາຍ​ງານລະອຽດ​ກ່ຽວ​ກັບການ​ເຈລະຈາລະຫວ່າງ 17 ປະ​ເທດ, ສະຫະ​ປະຊາ​ຊາດ ​ແລະ ສະຫະ​ພາບ​ເອີລົບ (ອີ​ຢູ) ​ເຊິ່ງດຳ​ເນີນ​ໃນ​ທ້າ​ຍສັບປະດາ​ຜ່ານ​ມາ​ຢູ່​ວຽນ ​ໃຫ້ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຊີຣີ Walid Muallem.

ການ​ເຈລະຈາ​ສາກົນ​ເປີດ​ກວ້າງ​ໃນ​ວັນ​ທີ 30/10 ​ເພື່ອ​ແນ​ໃສ່​ຮັດ​ແຄບຊ່ອງ​ວ່າງ​ຄວາມ​ບໍ່​ລົງ​ລອຍ​ກັນ​ ແລະ ການ​ແບ່ງ​ແຍກ​ກ່ຽວ​ກັບການ​ສູ້​ຮົບ​ຢູ່​ຊີຣີ. ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວຽນ ​ໄດ້​ຮຽກຮ້ອງ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ຊີຣີ, ພ້ອມ​ທັງ​ເຫັນ​ດີ​ສະ​ເໜີ​ສະຫະ​ປະຊາ​ຊາດ​ເປັນ​ຄົນ​ກາງ​ໄກ່​ເກ່ຍ​ໃຫ້​ຂໍ້​ຕົກລົງ​ສັນຕິພາບ​ລະຫວ່າງ​ອຳນາດ​ການ​ປົກຄອງ ​ແລະ ຝ່າຍ​ຄ້ານ​​ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ລັດຖະທຳ​ມະນູນ​ສະບັບ​ໃໝ່ ​ແລະ ການ​ເລືອກ​ຕັ້ງ​ຕ່າງໆ ​ໂດຍ​ມີ​ການ​ຕິດຕາມ​ຂອງ​ສະຫະ​ປະຊາ​ຊາດ.

       

 

ຂ່າວ/ບົດ​ອື່ນ