ແອບ Yoga ຢູ່ສະໜາມຫຼວງຍຸກສະໄໝທີ່ນະຄອນນິວຢອກ, ອາເມລິກາ
(ພາບປະກອບ)
(vovworld) - ໂດຍຕອບສະໜອງວັນ Yoga ສາກົນຄັ້ງທີ 1, ວັນທີ 21/6, ມີປະມານ 17.000 ຄົນໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງຍຸກສະໄໝທີ່ນະຄອນ ນິວຢອກ ຂອງປະເທດ ອາເມລິກາ ພ້ອມກັນແອບ Yoga ລວມໝູ່. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ແລະ ພັນລະຍາ ພ້ອມກັນນັກການທູດ ແລະ ພາລະກອນຫຼາຍຄົນຂອງສະຫະປະຊາຊາດໄດ້ເຂົ້າຮ່ວມການແອບ Yoga ຄັ້ງນີ້ ດ້ວຍການແນະນຳຂອງອາຈານຊາວ ອິນເດຍ Sri Sri Ravi Shankar. ກ່າວຄຳເຫັນຢູ່ນີ້, ທ່ານເລຂາທິການໃຫຍ່ Ban Kim Moon ໄດ້ຍ້ອງຍໍບັນດາຜົນປະໂຫຍດຂອງການເຝິກແອບ Yoga, ພ້ອມທັງສະແດງຄວາມຫວັງ ຈະມີປະຊາຊົນຈຳນວນຫຼວງຫຼາຍໃນທົ່ວໂລກຕອບສະໜອງຂະບວນການນີ້.