ສະຫະປະຊາຊາດຮຽກຮ້ອງດຳເນີນຮອບເຈລະຈາໃໝ່ກ່ຽວກັບ ເຢແມນ
ທ່ານເລຂາທິການໃຫຍ່ ສປຊ Antonio Guterres
(ພາບ: AFP/TTXVN)
(vovworld) - ວັນທີ 26/04 ທ່ານ Ismail Ould Cheikh Ahmed ທູດພິເສດສະຫະປະຊາຊາດກ່ຽວກັບບັນຫາ ເຢແມນ ຖືວ່າ ຮອບເຈລະຈາສັນຕິພາບໃໝ່ລະຫວ່າງບັນດາຝ່າຍປໍລະປັກຢູ່ ເຢແມນ ຄວນເລີ່ມດຳເນີນ ນັບແຕ່ທ້າຍເດືອນ 5/2017, ໃນສະພາບການປະຊາຄົມສາກົນນັບມື້ນັບມີຄວາມວິຕົກກັງວົນກ່ຽວກັບວິກິດການມະນຸດສະທຳຢູ່ປະເທດຕາເວັນອອກກາງນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນທ່າກ່ຳປັ່ນ Hodeida ຂອງ ເຢແມນ, ທ່ານ Ismail Ould Cheikh Ahmed ປະກາດວ່າ ບັນດາການເຈລະຈາພວມໄດ້ດຳເນີນ ເພື່ອແນໃສ່ສະກັດກັ້ນບັນດາການບຸກໂຈມຕີທີ່ແນໃສ່ທ່າກ່ຳປັ່ນ Hodeida ຢູ່ທະເລແດງຂອງ ເຢແມນ. ຕາມທ່ານ ທ່ານ Ismail Ould Cheikh Ahmed ແລ້ວ ນີ້ແມ່ນບາດກ້າວທຳອິດທີ່ມຸ່ງໄປເຖິງຂໍ້ຕົກລົງຢຸດຍິງ.