ສະຫະປະຊາຊາດຮຽກຮ້ອງໃຫ້ໂລກສະກັດກັ້ນການແຜ່ຂະຫຍາຍອາວຸດລ້າງຜານ
ທ່ານເລຂາທິການໃຫຍ່ ສປຊ Ban Ki moon
(ພາບ: AFP/TTXVN)
(vovworld) – ທ່ານເລຂາທິການໃຫຍ່ ສປຊ Ban Ki moon ຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ເພີ່ມທະວີຄວາມມານະພະຍາຍາມສະກັດກັ້ນໄພແຜ່ຂະຫຍາຍອາວຸດລ້າງຜານ (WMD) ແລະ ກ່າວເຕືອນວ່າ: ຄວາມປອດໄພ ແລະ ຄວາມສະຫງົບຂອງປະຊາຊົນທຸກຄົນໃນໂລກພວມຖືກນາບຂູ່. ຖະແຫຼງການຂອງທ່ານເລຂາທິການໃຫຍ່ ສປຊ Ban Ki moon ໄດ້ຍົກອອກມາເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິເລກທີ 1540 (28/4/2004), ຕາມນັ້ນແລ້ວ, ຮຽກຮ້ອງໃຫ້ລັດຖະບານທຸກໆປະເທດຕ້ອງຜັນຂະຫຍາຍບັນດາມາດຕະການສະກັດກັ້ນບໍ່ປະໃຫ້ບັນດາປັດໄຈບໍ່ຂຶ້ນກັບລັດຖະບານ ແລະ ກຳລັງກໍ່ການຮ້າຍມີອາວຸດເຄມີ ແລະ ຊີວະພາບປະເພດຕ່າງໆ. ສປຊ ເນັ້ນໜັກວ່າ: ໃນ 10 ປີຜ່ານມາ, ມະຕິເລກທີ 1540 ກາຍເປັນປັດໄຈສຳຄັນໃນໂຄງປະກອບຄວາມສະຫງົບທົ່ວໂລກ. ມາຮອດປະຈຸບັນ, ມີ 90% ປະເທດສະມາຊິກ ສປຊສົ່ງບົດລາຍງານແຫ່ງຊາດກ່ຽວກັບບັນດາມາດຕະການປະຕິບັດ, ຫຼື ການກະກຽມປະຕິບັດເພື່ອແນໃສ່ສະກັດກັ້ນການແຜ່ຂະຫຍາຍຂອງ WMD ຕາມຄຳຮຽກຮ້ອງຂອງມະຕິ, ດ້ວຍກ່ວາ 3.000 ມາດຕະການປະຕິບັດ.