ສະຫະປະຊາຊາດແຈ້ງຈຸດເວລາເຊື່ອມຕໍ່ການເຈລະຈາຊີຣີຢູ່ເຊີແນວ
(ພາບປະກອບ: AFP/TTXVN)
(vovworld) - ວັນທີ 19/12, ທູດພິເສດສະຫະປະຊາຊາດກ່ຽວກັບຊີຣີ, ທ່ານ Staffan de Mistura ໄດ້ແຈ້ງໃຫ້ຮູ້ວ່າ, ບັນດາການເຈລະຈາລະຫວ່າງຝ່າຍຕ່າງໆຢູ່ຊີຣີ ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນວັນທີ 08/02/2017 ຢູ່ເຊີແນວ, ປະເທດສະວິດ. ໃນຖະແຫຼງການໜຶ່ງ, ທ່ານ Staffan de Mistura ໄດ້ຊົມເຊີຍເລື່ອງສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາມະຕິຈັດສົ່ງນັກສັງເກດການເຖິງນະຄອນ Aleppo ຂອງຊີຣີ, ພ້ອມທັງຢືນຢັນຄຶນໃໝ່ວ່າ ສະຫະປະຊາຊາດ ມີແນວຄວາມຄິດຈະເຊື້ອເຊີນບັນດາຝ່າຍຢູ່ຊີຣີ ເຂົ້າຮ່ວມການເຈະລຈາຢູ່ເຊີແນວ ໃນຕົ້ນເດືອນ 02/2017.
ແລະກໍໃນວັນດຽວກັນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເຫັນດີຈັດສົ່ງນັກສັງເກດການສະຫະປະຊາຊາດເຖິງນະຄອນ Aleppo ເພື່ອຕິດຕາມກວດກາວິວັດການອົບພະຍົບ ແລະ ລາຍງານກ່ຽວກັບສະພາບຂອງປະຊາຊົນຢູ່ປະເທດພາກເໜືອຂອງຊີຣີ ນີ້.