ສະຫະປະຊາຊາດ, EU ຮຽກຮ້ອງການເຈລະຈາດ້ານການເມືອງຢຸດຕິການປະທະກັນຢູ່ຊີຣີ

(VOVWORLD) -ບັນດາຝ່າຍຄວນດຳເນີນບັນດາການເຈລະຈາດ້ານການເມືອງ ເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວມາເປັນເວລາ 07 ປີ ຢູ່ຊີຣີໂດຍໄວ.

ສະຫະປະຊາຊາດ, EU ຮຽກຮ້ອງການເຈລະຈາດ້ານການເມືອງຢຸດຕິການປະທະກັນຢູ່ຊີຣີ - ảnh 1ທ່ານ Staffan de Mistura ທູດພິເສດສະຫະປະຊາຊາດກ່ຽວກັບຊີຣີ

(ພາບ:  ສຳນັກຂ່າວສານ ຊິນຮວາ/TTXVN)

ຍ້ອນບັນດາໄຊຊະນະຫຼ້າສຸດໃນພື້ນທີ່ຕົວຈິງຂອງລັດຖະບານຊີຣີ ແລະກຳລັງພັນທະມິດຍັງຄົງບໍ່ສາມາດນຳມາເຊິ່ງພື້ນຖານສັນຕິພາບໃຫ້ແກ່ປະເທດນີ້.  ນັ້ນແມ່ນຄຳຮຽກຮ້ອງຂອງທູດພິເສດສະຫະປະຊາຊາດກ່ຽວກັບຊີຣີ, ທ່ານ Staffan de Mistura ໄດ້ຍົກມາໃນວັນທີ 24 ເມສາ ຢູ່ກອງປະຊຸມບັນດາຜູ້ອຸປະຖຳສາກົນໃຫ້ແກ່ຊີຣີ ໂດຍສະຫະພາບເອີຣົບ (EU) ເປັນປະທານ, ເຊິ່ງໄດ້ຈັດຢູ່ນະຄອນຫຼວງ Brussels ຂອງປະເທດແບນຊິກ.

        ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມກັບ ທ່ານ Federica Mogherini ຜູ້ຕາງໜ້າຂັ້ນສູງສະຫະພາບເອີຣົບ (EU) ຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ພົວພັນຕ່າງປະເທດ,  ທ່ານ Mistura ໃຫ້ຮູ້ວ່າ ໃນ 2 – 3 ອາທິດທີ່ຜ່ານມາ, ບັນດາຜົນງານ ແລະ ເປົ້າໝາຍທີ່ກອງທັບຊີຣີຍາດມາໄດ້, ກໍຄືການປີນຂັ້ນໄດຂອງການທະຫານຢູ່ຊີຣີ ບໍ່ນຳມາເຊິ່ງມາດຕະການທາງການເມືອງ ແລະ ກໍບໍ່ນຳມາເຊິ່ງບໍ່ວ່າການປ່ຽນແປງໃດໃຫ້ແກ່ປະເທດນີ້.

        ໃນຂະນະນັ້ນ, ທ່ານນາງ Mogherini ກໍໄດ້ເຕື້ອງເຖິງຄວາມຈຳເປັນ “ກັບຄືນສູ່ວິວັດທະນາການການເມືອງພາຍໃຕ້ການອຸປະກະລະຂອງສະຫະປະຊາຊາດ ເພື່ອເລີ່ມຕົ້ນການເຈລະຈາດ້ານການເມືອງທີ່ມີລັກສະນະຄວາມໝາຍຢ່າງແທດຈິງ ແລະ ອາດຈະແມ່ນທິດເດີນໜຶ່ງດຽວໃຫ້ແກ່ຊີຣີ”.

ຕອບກັບ

ຂ່າວ/ບົດ​ອື່ນ