ສະຫະພັນທະນາຍຄວາມ ຫວຽດນາມກ່າວປະນາມ ເລື່ອງຈີນລະເມີດ ອະທິປະໄຕຫວຽດນາມ
(ພາບ: http://tuoitre.vn)
(vovworld)- ຕອນບ່າຍວັນທີ 11/5, ຄະນະປະຈຳສະຫະພັນທະນາຍຄວາມຫວຽດນາມ ໄດ້ຈັດວາລະປະຊຸມເປີດກ້ວາງວິສາມັນ, ເປັນເອກພາບຮັບຮອງເອົາຖະແຫຼງການຄັດຄ້ານການກະທຳຂອງຈີນ ທີ່ລະເມີດອະທິປະໄຕ ແລະ ສິດອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ. ສະຫະພັນທະນາຍຄວາມຫວຽດນາມ ຮຽກຮ້ອງໃຫ້ລັດຖະບານຈີນ ຈົ່ງຢຸດຕິບັນດາການກະທຳລະເມີດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ ຢູ່ເຂດໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແລະ ຖອນຮ້ານເຈາະນ້ຳມັນ ແລະ ບັນດາກຳປັ່ນປະກອບອາວຸດ, ກຳປັ່ນທະຫານອອກຈາກເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ, ບໍ່ໄດ້ມີການກະທຳຄືດັ່ງກ່າວໃນອະນາຄົດ. ສະຫະພັນທະນາຍຄວາມຫວຽດນາມ ແລະ ວົງການນັກທະນາຍຄວາມຫວຽດນາມ ພ້ອມແລ້ວທີ່ຈະປະກອບບັນດາພື້ນຖານນິຕິກຳໃຫ້ລັດຖະບານ ແລະ ໃນບັນດາການກະທຳນິຕິກຳເພື່ອປົກປ້ອງອະທິປະໄຕ ແລະ ສິດອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ./.