ສະຫະພັນບັນດາ ສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຮຽກຮ້ອງຈີນ ຖອນຮ້ານເຈາະນ້ຳມັນອອກຈາກເຂດທະເລຫວຽດນາມ

ສະຫະພັນບັນດາ ສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຮຽກຮ້ອງຈີນ ຖອນຮ້ານເຈາະນ້ຳມັນອອກຈາກເຂດທະເລຫວຽດນາມ - ảnh 1
(ພາບ: Cảnh sát biển Việt Nam)

(vovworld) – ວັນ​ທີ 12/05, ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກ​ນິກຫວຽດນາມ ​ໄດ້​ອອກ​ຖະ​ແຫຼ​ງການຄັດຄ້ານ​ຈີນ ຕັ້ງ​ຮ້ານເຈາະ​ນ້ຳມັນຢ່າງຜິດ​ກົດໝາຍ​​ໃນ​ເຂດ​ທະ​ເລ​ຂອງ​ຫວຽດນາມ. ຖະ​ແຫຼ​ງຊີ້​ແຈ້ງວ່າ ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກ​ນິກຫວຽດນາມ, ບັນດ​າອົງການ​ສະມາຊິກ ​ແລະ ຖັນ​ແຖວ​ປັນຍາ​ຊົນ​ຫວຽດນາມ ຄັດຄ້ານ​ບັນດາ​ການ​ກະທຳທີ່​ຜິດ​ກົດໝາຍ​ຂອງ​ຈີນ ​ແລະ ຮຽກຮ້ອງ​ຈີນ ຖອນຮ້ານ​ເຈາະ​ນ້ຳມັນ​ ​ແລະ ບັນດາ​ກຳ​ປັ່ນ​ປ້ອງ​ກັນອອກ​ຈາກ​ເຂດ​ທະ​ເລຂອງ​ຫວຽດນາມ ​ໃນ​ທັນທີ, ບໍ່ດຳ​ເນີນ​ການ​ກະທຳ​ຄ້າຍຄື​ກັນ​ໃນ​ອະນາຄົດ, ປະຕິບັດ​​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາ​ດກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກ​ນິກຫວຽດນາມ ຮຽກ​ຮ້ອງສະມາຄົມ​ວິທະຍາສາດ​ເຕັກນິກ​ຈີນ, ສະຫະພັນ​ບັນດາ​ອົງການ​ວິ​ສາວະ​ກອນ​ອາ​ຊຽນ, ​ປັນຍາ​ຊົນ​ຈີນ ​ແລະ ​ປະ​ເທດ​ຕ່າງໆອອກສຽງ​ປົກ​ປ້ອງ​ຄວາມ​ຍຸຕິ​ທຳ, ປົກ​ປ້ອງ​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ