ນາຍົກລັດຖະມົນຕີຄົນໃໝ່ຂອງ ອີຣັກ Haider al-Abadi
(ພາບ: CNN)
|
(vovworld) – ສະຫະພັນສາກົນຕ້ານອົງການ “ລັດອິດສະລາມ” (IS) ໄດ້ສະໜັບສະໜູນແຜນການດ້ານການທະຫານ ແລະ ການເມືອງຂອງ ອີຣັກ ເພື່ອແນໃສ່ຢຶດຄອງຄືນບັນດາເຂດດິນແດນທີ່ຖືກ IS ຄວບຄຸມ ແລະ ຈຸດໝາຍຕົ້ນຕໍແມ່ນນະຄອນຍຸດທະສາດ Ramadi.
ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດ ບັນດາປະເທດເຂົ້າຮ່ວມສະຫະພັນສາກົນ ໂດຍ ອາເມລິກາ ນຳໜ້າຕ້ານ IS ດຳເນີນໄປໃນຕອນບ່າຍວັນທີ 2/6 ຢູ່ ປາຣີ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອາເມລິກາ Anthony Blinken ຊົມເຊີຍແຜນການຂອງ ອີຣັກ ແລະ ຢັ້ງຢືນວ່ານີ້ແມ່ນແຜນການຖືກຕ້ອງ ແລະ ເໝາະສົມກັບສະພາບການປະຈຸບັດຢູ່ ອີຣັກ. ທ່ານຖືວ່າປະຈຸບັນ ອີຣັກ ສາມາດຊອກຫາໄດ້ຍຸດທະສາດອັນຖືກຕ້ອງ - ສົມທົບບັນດາການບຸກໂຈມຕີທາງອາກາດ, ການຝຶກຊ້ອມ ແລະ ບັນດາຄູ່ຮ່ວມມືໃນທົ່ວໂລກຢ່າງມີປະສິດທິຜົນ. ໃນຂະນະນັ້ນ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຝຣັ່ງ Laurent Fabius ຖືວ່າ: ບັ້ນຮົບຕ້ານ IS ຈະແມ່ນບັ້ນຮົບຍາວນານ. ທ່ານກໍ່ເນັ້ນໜັກເຖິງຄວາມຕັດສິນໃຈລວມຂອງສະຫະພັນສາກົນໃນຈຸດໝາຍຕີກຳລັງທີ່ເປັນອັນຕະລາຍນີ້ໃຫ້ປະລາໄຊໄປ.