ສະຫະພາບເອີລົບປາດຖະໜາຢາກຮ່ວມເດີນທາງພ້ອມກັບຫວຽດນາມບົນເສັ້ນທາງພັດທະນາ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ທ່ານນາງ Katherine Ashton
(ພາບ: vtc)
(vovworld) – ຕອນບ່າຍວັນທີ 12/8, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ໃຫ້ການຕ້ອນຮັບທ່ານນາງ Katherine Ashton, ຮອງປະທານຄະນະກຳມະການ ເອີລົບ (EC), ຜູ້ຕາງໜ້າຂັ້ນສູງຂອງສະຫະພາບ ເອີລົບ (EU) ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ປ້ອງກັນຄວາມສະຫງົບ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນກັບ ອີຢູ ແລະ ບັນດາປະເທດສະມາຊິກ, ປາດຖະໜາພ້ອມກັບ ອີຢູ ມານະພະຍາຍາມເພີ່ມທະວີການພົວພັນລະຫວ່າງ 2 ຝ່າຍໃຫ້ນັບມື້ນັບແທດຈິງ ແລະ ມິສິດທິຜົນກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ສະເໜີໃຫ້ ອີຢູ ໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) ຫວຽດນາມ - ອີຢູ ໂດຍໄວ.
ສ່ວນທ່ານນາງປະທານ Katherine Ashton ໃຫ້ຮູ້ວ່າ: ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງ ແລະ ການຢ້ຽມຢາມ ຫວຽດນາມ ຈະມາເຖິງຂອງທ່ານປະທານ EC Manuel Barroso ກໍ່ຄືການພົບປະເປັນປະຈຳລະຫວ່າງ 2 ຝ່າຍສະແດງຄວາມປາດຖະໜາຂອງ ອີຢູ ໃນການຮັດແໜ້ນການພົວພັນກັບ ຫວຽດນາມ ຍິ່ງກ່ວາອີກ. ທ່ານນາງ Katherine Ashton ປະກາດ ອີຢູ ຕົກລົງເພີ່ມການໜູນຊ່ວຍທຶນ ODA ຕື່ມອີກ 30% ເມື່ອທຽບໃສ່ໄລຍະກ່ອນໃຫ້ແກ່ ຫວຽດນາມ ໃນໄລຍະ 5 ປີຈະມາເຖິງຢ່າງເປັນທາງການ ແລະ ເນັ້ນໜັກວ່າ: ນີ້ແມ່ນການພິສູດໃຫ້ເຫັນຄວາມເອກອ້າງທະນົງໃຈຂອງ ອີຢູ ໃນວິວັດທະນາການຮ່ວມມືກັບ ຫວຽດນາມ ກໍ່ຄືປາດຖະໜາຢາກຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນເສັ້ນທາງພັດທະນາ.
ເມື່ອເຕື້ອງເຖິງບັນຫາທະເລຕາເວັນອອກ, ທ່ານນາງຮອງປະທານ EC ຫວັງວ່າຄວາມມານະພະຍາຍາມຂອງ ອາຊຽນເພື່ອບັນລຸໄດ້ປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ກັບ ຈີນ ຈະແມ່ນພື້ນຖານດ້ານກົດໝາຍສຳຄັນເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ. ທ່ານນາງ Katherine Ashton ກໍ່ແບ່ງປັນທັດສະນະການກະທຳໂດຍທວງເອົາອະທິປະໄຕຕາມ “ເສັ້ນລີ້ນງົວ” ຜິດກົດໝາຍ, ໂດຍບໍ່ຫົວຊາຕໍ່ກົດໝາຍສາກົນຂອງ ຈີນ ແມ່ນສາຍເຫດຕົ້ນຕໍ ແລະ ໃຫຍ່ຫຼວງທີ່ສຸດນາບຂູ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ, ການເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ ແລະ ໃນພາກພື້ນ.