ສະເຫຼີມສະຫຼອງການປະຕິວັດເດືອນຕຸລາ
ລັດເຊຍ ປະສົມຜົນສຳເລັດຄົບຮອບ 99 ປີ
(vovworld) – ວັນທີ 07/11/2016 ໄດ້ສະເຫຼີມສະຫຼອງການປະຕິວັດເດືອນຕຸລາ ລັດເຊຍ ປະສົມຜົນສຳເລັດຄົບຮອບ 99 ປີ ບັນດານັກກອມມູນິດ ລັດເຊຍ ແລະ ທັງປະຊາຊົນ ລັດເຊຍ ຍຸກປະຈຸບັນໄດ້ ຈົດຈຳ, ຫວນຄືນບັນດາຄຸນຄ່າປະຫວັດສາດຂອງການປະຕິວັດສັງຄົມນິຍົມເດືອນຕຸລາທີ່ຍິ່ງໃຫຍ່ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫລາຍຢ່າງ. ໃນຊຸມວັນມໍ່ໆມານີ້, ພິເສດແມ່ນໃນ 3 ວັນພັກ ແລະ ວັນພັກທ້າຍອາທິດ, ຫລາຍອົງການພັກກອມມູນິດສະຫະພັນ ລັດເຊຍ ຢູ່ຂັ້ນຮາກຖານໃນແຂວງ, ນະຄອນຕ່າງໆຄື: Riazan, Tomxk, Amua, Tiumen, Kaliningrad, Penza, Nenetsky, Krasnodar…ໄດ້ຈັດຕັ້ງການເດີນຂະບວນ, ໂຮມຊຸມນຸມຂ່ຳນັບຮັບຕ້ອນ. ຢູ່ນະຄອນຫລວງ ມົດສະກູ ການເດີນຂະບວນຂະໜາດໃຫຍ່ພ້ອມກັບການໂຮມຊຸມນຸມ ແລະ ການສະແດງດົນຕີໄດ້ດຳເນີນຢູ່ລຽບຕາມບັນດາຖະໜົນຕົ້ນຕໍຢູ່ນະຄອນຫລວງ ມົດສະກູ ດ້ວຍການເຂົ້າຮ່ວມຂອງການນຳພັກຫລາຍທ່ານພ້ອມກັບສະມາຊິກພັກນັບພັນຄົນ.