ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈິມິນຢູ່ອັງກິດແລະຍີ່ປຸ່ນ

(VOVWORLD) -ວັນທີ 14 ພຶດສະພາ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Oska ປະເທດຍີ່ປຸ່ນ, ໄດ້ຈັດພິທີສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ ຢ່າງສົມກຽດ.

ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈິມິນຢູ່ອັງກິດແລະຍີ່ປຸ່ນ - ảnh 1 ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Oska ປະເທດຍີ່ປຸ່ນ,

ໄດ້ຈັດພິທີສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ 

(ພາບ: baomoi.com)

ຢູ່ທີ່ນີ້, ບັນດາຜູ້ແທນໄດ້ຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມິນ ຢູ່ຫ້ອງອາໄລຫາປະທານໂຮ່ຈິມິນ ໃນສະຖານກົງສູນໃຫຍ່ ແລະ ແບ່ງປັນບັນດາອະນຸສອນ, ອາລົມຈິດທີ່ສັກກະລະບູຊາກ່ຽວກັບປະທານໂຮ່ຈິມິນ. ທ່ານສາດສະດາຈານ Tomita Kenji, ອະດີດຫົວໜ້າພະແນກພາສາຫວຽດ, ມະຫາວິທະຍາໄລ Osaka, ໃຫ້ຮູ້ວ່າ, ສຳລັບປະຊາຊົນຍີ່ປຸ່ນ, ປະທານໂຮ່ຈິມິນ ບໍ່ພຽງແຕ່ມີຊື່ສຽງດ້ວຍບົດບາດເປັນຜູ້ນຳພາຫວຽດນາມ ຍາດໄດ້ໄຊຊະນະໃນບັນດາການຕໍ່ຕ້ານເທົ່ານັ້ນ, ຫາກຍັງແມ່ນນັກວັດທະນະທຳທີ່ມີຊື່ສຽງດ້ວຍບັນດາບົດປະພັນທີ່ມີຊື່ສຽງໃນໂລກອີກດ້ວຍ.

        ປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ລາຊະອານາຈັກອັງກິດ ໄດ້ເຕົ້າໂຮມກັນຢູ່ນະຄອນຫຼວງ ລອນດອນ, ພ້ອມກັນຈັດຕັ້ງພິທີສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ ແລະ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມິນ ຢູ່ຕຶກອາຄານ New Zealand House, ເຊິ່ງໄດ້ກໍ່ສ້າງບົນພື້ນເກົ່າຂອງໂຮງແຮມ Carlton, ເຊິ່ງແມ່ນແຫ່ງປະທານໂຮ່ຈິມິນເຄີຍເຮັດວຽກແຕ່ປີ 1913 ຫາ 1917.

ຕອບກັບ

ຂ່າວ/ບົດ​ອື່ນ