ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ໂຮງຮຽນສອງພາສາລາວ-ຫວຽດນາມຫງວຽນຢູ

ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ໂຮງຮຽນສອງພາສາລາວ-ຫວຽດນາມຫງວຽນຢູ - ảnh 1
ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ຄ້າຍ​ວັນ​ເກີດ​
ປະ​ທານ​ໂຮ່​ຈີ​ມິນ ຄົບ​ຮອບ 126 ປີຢູ່ ໂຮງ​ຮຽນ​ຫງວຽນ​ຢູ

(vovworld) –​ ​ຕອນ​ບ່າຍ​ວັນ​ທີ 17/5, ຢູ່​ນະ​ຄອນຫຼວງວຽງ​ຈັນ, ​ປະ​ເທດລາວ, ໂຮງ​ຮຽນ​ສອງ​ພາ​ສາ​ລາວ-​ຫວຽດນາມ ຫງວຽນ​ຢູ ​ໄດ້ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ ຄົບ​ຮອບ 126 ປີ (19/5/1890-19/5/2016). ທີ​່ພິ​ທີ, ທ່ານ ຟ໋າມ​ຊວນ​ເຟີນ ​ຜູ້ອຳ​ນວຍ​ການ​ໂຮງ​ຮຽນ ເນັ້ນ​ໜັກ​ວ່າ: ຊີ​ວິດ ແລະ ພາ​ລະ​ກິດ ຂອງ​ປະ​ທານ ໂຮ່​ຈີ​ມິນ ເປັນ​ແບບ​ຢ່າງ​​ທີ່​ໃສ​ແຈ້ງ ກ່ຽວ​ກັບ​​ລັດ​ທິ​ຮັກ​ຊາດ, ກ່ຽວ​ກັບ​ຄຸນ​ນະ​ທາດກອມ​ມູ​ນິດ, ພູມ​ປັນ​ຍາ​ທີ່​ສະຫຼາດ​ສ່ອງ​ໃສ, ຄຸນ​ສົມ​​ສິນ​ທຳບັດ​ປະ​ຕິ​ວັດ ປອດ​ໄສ ແລະ ​ແມ່ນການ​ລະ​ດົມ​ກຳ​ລັງ​ໃຈ​​ອັນໃຫຍ່ຫຼວງ ສຳ​ລັບ​ບັນ​ດາ​​ລຸ່ນ​ຄົນ​ຫວຽດ​ນາມ. ບັນ​ດາ​ນັກ​ຮຽນ​ສັງ​ກັດ ໂຮງ​ຮຽນ​ສອງ​ພາ​ສາ​ລາວ-​ຫວຽດນາມ ຫງວຽນ​ຢູ  ກໍ່​​ໄດ້​ທຳ​ການສະ​ແດງ​ສິ​ລະ​ປະ ບັນ​ດາ​ລາຍ​ການ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ຮ້ອງ​ບັນ​ດາ​​ບົດເພງ​ຍ້ອງ​ຍໍ​ສັນ​ລະ​ເສີນ ປະ​ທານ​ໂຮ່​ຈີ​ມິນ​ທີ່​​ແສນ​ເຄົາ​ລົບຮັກ​ແພງ, ປະ​ເທດ​ຫວຽດ​ນາມ ແລະ ການ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ-ລາວ, ລາວ-ຫວຽດ​ນາມ

ຂ່າວ/ບົດ​ອື່ນ