ສະເຫຼີມສະຫຼອງວັນສະບຽງອາຫານໂລກ ຄັ້ງທີ 34 ຢູ່ ຫວຽດນາມ
ພິທີສະເຫຼີມສະຫຼອງໄດ້ຮັບການຈັດຕັ້ງຢູ່ແຂວງກວາງນີງ
(ພາບ: qtv.vn)
(vovworld) – ຕອນເຊົ້າວັນທີ 14/10, ຢູ່ແຂວງ ກວາງນິງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ສົມທົບກັບອົງການອາຫານ ແລະ ກະເສດ ສປຊ (FAO) ປະຈຳ ຫວຽດນາມ, ອົງການແມ່ຍິງຂອງ ສປຊ ແລະ ຄະນະກຳມະການປະຊາຊົນແຂວງ ກວາງນີງ ຈັດຕັ້ງພິທີສະເຫຼີມສະຫຼອງ 34 ປີແຫ່ງວັນສະບຽງອາຫານໂລກ 2014, ສະເຫຼີມສະຫຼອງຄັ້ງທີ 69 ປີແຫ່ງວັນຄົບຮອບຂອງອົງການອາຫານ ແລະ ການກະເສດ ສປຊ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລກວກແຢງ, ໃຫ້ຮູ້ວ່າ: ຫົວຂໍ້ຂອງວັນສະບຽບອາຫານໂລກປີນີ້ມີຄວາມໝາຍສຳຄັນພິເສດສຳລັບ ຫວຽດນາມ. ເພື່ອໃຫ້ຊາວກະສິກອນຍົກສູງລາຍຮັບຈາກກະສິກຳ, ລັດຖະບານ ຫວຽດນາມ ພວມຜັນຂະຫຍາຍໂຄງການສ້າງໂຄງປະກອບພື້ນຖານກະສິກຳຄືນໃໝ່, ໃນນັ້ນບັນດາມາດຕະການຈຸດສຸມແມ່ນຊຸກຍູ້ການນຳໃຊ້ວິທະຍາສາດເຕັກນິກ ແລະ ຈັດຕັ້ງການຜະລິດຕາມທິດເພີ່ມທະວີການຮ່ວມສຳພັນຕາມບັນດາມູນຄ່າ. ທ່ານຮອງລັດຖະມົນຕີ ເລກວກແຢງ, ເນັ້ນໜັກວ່າ:
“ເພື່ອປະຕິບັດໂຄງການສ້າງໂຄງປະກອບພື້ນຖານກະສິກຳຄືນໃໝ່, ຄວນປັບປຸງ ແລະ ເພີ່ມທະວີບົດບາດຂອງບັນດາຄອບຄົວຜະລິດກະສິກຳເໝາະສົມກັບເງື່ອນໄຂລະອຽດຢູ່ແຕ່ລະບ່ອນ, ແລະ ເອົາໃຈໃສ່ເຖິງແມ່ຍິງເຂດຊົນນະບົດ - ເຊິ່ງແມ່ນຜູ້ປະກອບສ່ວນຫຼາຍເຢ່າງຂົ້າໃນບັນດາການເຄື່ອນໄຫວຜະລິດກະສິກຳຂອງແຕ່ລະຄອບຄົວ ແລະ ມີບົດບາດສຳຄັນໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ, ປະກອບສ່ວນປະຕິບັດວຽກງານລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາກະສິກຳໃຫ້ໝັ້ນຄົງເຂັ້ມແຂງ.”