ສະເຫຼີມສະຫຼອງວັນອາຊຽນຄັ້ງທີ49ຢູ່ອາຟຣິກກາໃຕ້
ສະເຫຼີມສະຫຼອງວັນ ອາຊຽນ ຄັ້ງທີ49ຢູ່ອາຟຣິກກາໃຕ້
(ພາບ: ສະຖານທູດ)
(vovworld)- ໃນວັນທີ 4/8, ຢູ່ນະຄອນຫຼວງ Pretoria, ສະທາລະນະລັດອາຟຣິກກາໃຕ້, ຄະນະກຳມະການບັນດາປະເທດອາຊຽນ ປະຈຳ Pretoria (APC) ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຄົບຮອບ 49 ປີ. ພິທີສະເຫຼີມສະຫຼອງ ໄດ້ຈັດຂື້ນດ້ວຍການສົມທົບ ຂອງສະຖານທູດ 7 ປະເທດອາຊຽນ ທີ່ມີສຳນັກງານ ຢູ່ອາຟຣິກກາໃຕ້ ປະກອບມີ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລີບປິນ, ສິງກະໂປ ແລະ ໄທ. ທີ່ພິທີ, ຕາງໜ້າບັນດາເອກອັກຄະລັດຖະທູດອາຊຽນ, ທ່ານ ພອນໄຊ ດ່ານວິວັດທະນາ ເອກອັກຄະລັດຖະທູດໄທ ປັດຈຸບັນດຳລົງຕຳແໜ່ງ ເປັນປະທານຄະນະກຳມະການ APC ໄດ້ທົບທວນຄືນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາ ຂອງອາຊຽນ ໃນ 5 ທົດສະວັດຜ່ານມາ ດ້ວຍຜົນງານທີ່ໜ້າປະທັບໃຈຫຼາຍຢ່າງ. ປະທານ APC ເນັ້ນໜັກວ່າ: ອາຊຽນ ຍາມໃດກໍ່ຢັ້ງຢືນ ແລະ ເສີມຂະຫຍາຍບົດບາດໃຈກາງຂອງຕົນ ໃນການແກ້ໄຂບັນດາບັນຫາປ້ອງກັນຄວາມສະຫງົບ ຢູ່ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ, ຜ່ານບັນດາມາດຕະການສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ. ກ່ຽວກັບເສດຖະກິດການຄ້າ, ປະທານ APC ຊີ້ແຈ້ງວ່າ: ການສ້າງຕັ້ງປະຊາຄົມອາຊຽນ ໃນທ້າຍປີ 2015 ເປັນຂີດໝາຍທີ່ສຳຄັນ ກ່ຽວກັບການຮ່ວມສຳພັນພາກພື້ນ, ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງອາຊຽນ ໃນການສ້າງຕະຫຼາດເປັນເອກະພາບດ້ວນຈຳນວນພົນລະເມືອງ ກວ່າ 620 ລ້ານຄົນ, ເພື່ອແນໃສ່ຍົກສູງລັກສະນະແກ່ງແຍ້ງ ແລະ ຊຸກຍູ້ການຮ່ວມມືພາຍໃນກຸ່ມ ແລະ ບັນດາຄູ່ຮ່ວມມື, ພາກພື້ນພາຍນອກ.